ເພີ່ມທະວີການຮ່ວມມືທາງດ້ານການເງິນລະຫວ່າງຫວຽດນາມ - ລາວ

ເພີ່ມທະວີການຮ່ວມມືທາງດ້ານການເງິນລະຫວ່າງຫວຽດນາມ - ລາວ - ảnh 1
ຄະນະ​ຜູ້​ແທນ​ກະຊວງການ​ເງິນ​ຫວຽດນາມ
ເຮັດວຽກກັບກະຊວງ​ການ​ເງິນ​ລາວ
(ພາບ: vietnamplus.vn)


(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ວັນ​ທີ 19/12, ຄະນະ​ຜູ້​ແທນ​ກະຊວງການ​ເງິນ​ຫວຽດນາມ ​ໄດ້​ຮ່ວມກອງ​ປະຊຸມ ​ແລະ ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​​ແຜນການ​ຮ່ວມ​ມື ​ໃນ​ປີ​ຈະ​ມາ​ເຖິງ ກັບ​ກະຊວງ​ການ​ເງິນ​ລາວ. ​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ຕີ​ລາຄາ​ແຜນການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ ​ໃນ​​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ມີ​ບັນຫາ​ການ​ຮ່ວມ​ມື ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ແລກປ່ຽນ​ບົດຮຽນ, ໝາກຜົນ​ຂອງ​ການ​ຮ່ວມ​ມື​ໃນ​ໄລ​ຍະ 2011 – 2015. ສອງ​ຝ່າຍ​ກໍ​ຊີ້​ໃຫ້​​ເຫັນ​ບັນດາ​ສາຍ​ເຫດ ​ແລະ ດ້ານ​ທີ່​ຍັງ​ຈຳກັດ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສ​ອງປະ​ເທດ ​ແລະ ວາງ​ອອກ​ທິດ​ທາງ​ຮ່ວມ​ມື​ໃນ​​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ໃນ​ປີ 2013. ທ່ານ​ຮອງ​ລັດຖະມົນຕີກະຊວງ​ການ​ເງິນ​ຫວຽດນາມ ຫງວຽນ​ຮິ​ວຈິ໋ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ​ລາວ ສັນຕິພາບ ພົມວິຫານ ​ໄດ້​ເປັນ​ເອກະ​ພາບ​ໃຫ້​ບຸລິມະສິດ ​ແລະ ສຸມ​ໃສ່​ບາງ​ບັນຫາ​ພື້ນຖານ​ຄື: ປະສານ​ສົມທົບ​ກັນຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ຄູ​ອາຈານ​ຂະ​ແໜງ​ການ​ເງິນຂອງ​ລາວ, ສ້າງ​ກົງຈັກ​ໂຄງ​ຮ່າງ​ການຈັດ​ຕັ້ງ​ຂະ​ແໜງ​ການ​ເງິນ​ຂອງ​ລາວ ​ໃຫ້​ສົມ​ບຸນ​ແບ​ບ ​ເພື່ອ​ຕອບ​ສະໜອງ​​ໃຫ້​ແກ່​ສະພາບ​ພັດທະນາ​ເສດຖະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ