ເພີມທະວີການຮ່ວມມືທາງດ້ານປ້ອງກັນຊາດຫວຽດນາມ - ຈີນ

(VOVWORLD) -ຕອນບ່າຍວັນທີ 27 ພຶດສະພາ,  ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ອວຍເພິງເຂືອ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ເພີມທະວີການຮ່ວມມືທາງດ້ານປ້ອງກັນຊາດຫວຽດນາມ - ຈີນ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຈີນ ອວຍເພິງເຂືອ 

     ທີ່ການຕ້ອນຮັບ, ສອງຝ່າຍໄດ້ ເນ້ນໜັກວ່າ ໃນສະພາບການ ພາກພື້ນ ແລະ ສາກົນໃນປະຈຸບັນ, ສອງພັກ, ສອງລັດ, ສອງກະຊວງປ້ອງກັນປະເທດ ຄວນຕັ້ງໜ້າສົມທົບກັນຍູ້ແຮງ ສາຍພົວພັນ ລະຫວ່າງສອງປະເທດຕາມທິດຕັ້ງໜ້າ, ຈຳກັດບັນດາ ຄວາມບໍ່ລົງລອຍກັນ, ຜັນຂະຫຍາຍ ປະສິດທິຜົນ ແລະ ເສີມຂະຫຍາຍບົດບາດຂອງບັນດາກົນໄກຮ່ວມມືທີ່ສຳຄັນ ຄື ການພົວພັນແລກປ່ຽນດ້ານປອ້ງກັນຊາດຊາຍແດນຫວຽດນາມ - ຈີນ, ການສົນທະນາຍຸດທະສາດປ້ອງກັນຊາດ. 

    ກ່ອນໜ້ານັ້ນ, ໃນຕອນບ່າຍຂອງວັນດຽວກັນ ຢູ່ຮ້າໂນ້ຍ, ທ່ານພົນເອກ ໂງຊວນລີກ ລັດຖະມົນຕິກະຊວງປ້ອງກັນປະເທດ ຫວຽດນາມໄດ້ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຈີນ.

       ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກໂງຊວນລີກ ໄດ້ເຈລະຈາກັບ ທ່ານພົນໂທ ອວຍເພິງເຂືອ, ລັດຖະມົນຕີກະຊວງປ້ອງກັນປະເທດຈີນ. ສອງຝ່າຍໄດ້ຢືນຢັນການພົວພັນຮ່ວມມືທາງດ້ານປ້ອງກັນຊາດຫວຽດນາມ-ຈີນໃນໄລຍະທີ່ຜ່ານມາ ໄດ້ມີການພັດທະນາສົມເປັນ ເສົາຄ້ຳ ທີ່ສຳຄັນຂອງ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ. 
ກ່ຽວກັບບັນຫາທີ່ຍັງຄົງຄ້າງລະຫວ່າງສອງປະເທດ. ສອງຝ່າຍເຫັນດີ ຍຶດໝັ້ນແກ້ໄຂ ສິ່ງທີ່ຄ້າງຄາໂດຍສັນຕິວິທີ, ສ້າງຄວາມໄວ້ເນື້ອເຊື່ອໃຈ ຢ່າງໜັກແໜ້ນ, ຢັ້ງຢືນສະພາບແວດລ້ອມແຫ່ງສັນຕິພາບ ຢູ່ທະເລຕາເວັນອອກຊຶ່ງສອງຝ່າຍພ້ອມກັນສ້າງບໍ່ພຽງແຕ່ສະເພາະໃຫ້ແກ່ຈີນ ຫຼື ຫວຽດນາມເທົ່ານັ້ນ, ຫາກຍັງໃຫ້ແກ່ບັນດາຄູ່ຮ່ວມມືທີ່ມີເຈດຕະນາດີທີ່ມີການຮ່ວມມືກັບສອງປະເທດ ເພື່ອພ້ອມກັນ ພັດທະນາ.

       ພາຍຫຼັງການເຈລະຈາ, ທ່ານລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານ ພິທີລົງນາມໃນບັນດາເອກະສານຮ່ວມມື ລະຫວ່າງ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງກະຊວງປ້ອງກັນປະເທດຂອງສອງປະເທດ ກ່ຽວກັບສາທາລະນະສຸກ, ການທະຫານ, ການກໍ່ສ້າງ ພາລະກອນການທະຫານ. 

ຕອບກັບ

ຂ່າວ/ບົດ​ອື່ນ