ເພີ່ມທະວີການຮ່ວມມືປ້ອງກັນປະເທດ ຫວຽດນາມ - ນິວເຊີແລນ

ເພີ່ມທະວີການຮ່ວມມືປ້ອງກັນປະເທດ ຫວຽດນາມ - ນິວເຊີແລນ - ảnh 1
ພິທີລົງນາມລະຫວ່າງ 2 ຝ່າຍ

(vovworld) – ​ຮັບຄຳ​ເຊື້ອ​ເຊີນ​ຂອງ​ພົນ​ເອກ ຟຸ່ງກວາງ​ແທງ, ກຳ​ມະ​ການ​ກົທການ​ເມືອງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ຜູ້​ແທນຂັ້ນສູງກະຊວງ​ປ້ອງ​ກັນ​ປະ​ເທດ ນິວ​ເຊີ​ແລນ ​ໂດຍ​ທ່ານ Jonathan Coleman, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນິວ​ເຊີ​ແລນ ​ເປັນ​ຫົວໜ້າຄະນະ​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າວັນ​ທີ 25/11, ຫຼັງຈາກ​ພິທີ​ຕ້ອນຮັບຢ່າງ​ເປັນ​ທາງ​ການ, ສອງ​ຝ່າຍ​​ໄດ້ດຳ​ເນີນ​ການ​ພົບ​ປະ​ເຈລະຈາ. ທີ່ການ​ພົບ​ປະ​ເຈລະຈາ, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບ​ສ່ວນ​ຂອງ ນິວ​ເຊີ​ແລນໃນກົນໄກ​ເຮັດ​ວຽກຂອງກອງປະຊູມລັດຖະມົນຕີປ້ອງ​ກັນ​ປະ​ເທດບັນດາ​ປະ​ເທດ ອາຊຽນ ​ເປີດ​ກວ້າງ (ADDM+); ຊົມ​ເຊີຍ ​ແລະ ສະໜັບສະໜຸນຄວາມ​ມານະ​ພະຍາຍາ​ມຂອງ ນິວ​ເຊີ​ແລນ ​ໃນ​ການ​ຮັກສາ, ຊຸກຍູ້​ສັນຕິພາບ, ຄວາມໝັ້ນຄົງ, ພັດທະນາ​ໃນ​ພາກພື້ນ ​ແລະ ​ໃນ​ໂລກ. ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟຸ່ງກວາງ​ແທງ ນັ້ນໜັກວ່າ ຫວຽດນາມ​ກ່ຽມພ້ອມ​ທີ່​ຈະ​ຮ່ວມ​ມື​ກັບ ນິວ​ເຊີ​ແລນ ກ່ຽວກັບການ​ປ້ອງ​ກັນ​ຄວາມ​ສະຫງົບທາງ​ທະ​ເລ, ຮັບ​ບັນດາ​ກຳ​ປັ່ນ​ກອງທັບ​ເຮືອ ນິວ​ເຊີ​ແລນ ມາຢ້ຽມຢາມ ຫວຽດນາມ ​ແລະ ຂົງ​ເຂດຕ່າງໆທີ່​ສອງ​ຝ່າຍ​ມີ​ຄວາມ​ຕ້ອງການ ​ແລະ ຄວາມ​​ສາມາດ.

   ສ່ວນ​ທ່ານ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນິວ​ເຊີ​ແລນ Jonathan Coleman ກໍ່​ປາຖະໜາຢາກ ສືບຕໍ່​ເປີດ​ກວ້າງ​ບັນດາ​ການ​ເຄື່ອນ​ໄຫວຮ່ວມ​ມື​ບຳລຸງ​ສ້າງ​ພາສາ ອັງກິດ, ວິຊາ​ສະ​ເພາະ​ບັນດາ​ເຫຼົ່າຮົບ, ພິ​ເສດ​ແມ່ນ​ແລກປ່ຽນບົດຮຽນ​ເຂົ້າຮ່ວມ​ກຳລັງ​ຮັກສາ​ສັນຕິພາບຢູ່ ສປຊ. ຫຼັງຈາກ​ການ​ພົບ​ປະ​ເຈລະຈາ, ລັດຖະມົນຕີ​ສອງ​ທ່ານ​ໄດ້​ລົງ​ລາຍ​ເຊັນ​ບົດ​ບັນທຶກ​ກ່ຽວກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ