ເພີ່ມທະວີການຮ່ວມມືພັດທະນາໃນຫຼາຍຂົງເຂດລະຫວ່າງປຣາຮາ-ຮ່າໂນ້ຍ

ເພີ່ມທະວີການຮ່ວມມືພັດທະນາໃນຫຼາຍຂົງເຂດລະຫວ່າງປຣາຮາ-ຮ່າໂນ້ຍ - ảnh 1
ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເຊັກ​ໂກ Lukas Kaucky ແລະ ທ່ານ​ຮອງ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນ​ະ​ຄອນ ຮ່າ​ໂນ້ຍ ຫງວຽນ​ຢ໋​ວານ​ຕ່​ວານ 

(vovworld) – ຕອນ​ບ່າຍ​ວັນ​ທີ 1/11, ທ່ານ ຫງວຽນ​ຢ໋​ວານ​ຕ່​ວານ, ຮອງ​ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ຕ້ອນ​ຮັບ​ທ່ານ Lukas Kaucky, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ. ເຊັກ​ໂກ, ກຳ​ມະ​ການ​ສະ​ພາ​ນະ​ຄອນ ປ​ຣາ​ຮາ ທີ່ພວມ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Lukas Kaucky ໃຫ້​ຮູ້​ວ່າ: ຈຸດ​ປະ​ສ​ົງ​ຂອງ​ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​​ພາບ​ໃນຫຼາຍ​ຂົງ​ເຂດລະ​ຫວ່າງ​ນະ​ຄອນ ປ​ຣາ​ຮາ ແລະ ຮ່າ​ໂນ້ຍ. ລະ​ອຽດ​ຄື, ນະ​ຄອນ ປ​ຣາ​ຮາ ພວມ​ເອົາ​ໃຈ​ໃສ່ ແລະ ມີ​ຄວາມ​ມ​ຸ່ງ​​ມາດ​ປາດ​ຖະ​ໜາ​ຢາກ​ຮ່ວມ​ມື​ພ້ອມ​ກັບ ຮ່າ​ໂນ້ຍ ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ພວມ​ເປັນ​ທ່​າ​ແຮງ ຄືກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ, ບຳ​ບັດ​ສິ່ງ​ເສດ​ເຫຼືອ, ພັດ​ທະ​ນາ​ການ​ທ່ອງ​ທ່ຽວ… ​ແນ​ໃສ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ ​ເພື່ອຮັບ​ໃຊ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວກໍ່​ຄື​ເພີ່ມ​ທະ​ວີ​ການ​ພົ​ວ​ພັນ​ແລກ​ປ່ຽນ, ຍົກ​ສູງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ປ​ຣາ​ຮາ ກຽມ​ພ້ອມ​ຮ່ວມ​ມື​ໃນ​ວຽກ​ງາ​ນ​​ອາ​ນຸ​ລັກຮັກ​ສ​າ, ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ປູ​ຊະ​ນີ​ຍະ​ສະ​ຖານ​ຢູ່ ຮ່າ​ໂນ້ຍ. ນອກ​ນັ້ນ, ປ​ຣ​າ​ຮາ ກໍ່​ປາດ​ຖະ​ໜາ​ຢາກ​ແລກ​ປ່ຽນ​ກ່ຽວ​ກັບ​ໂຄງ​ການກໍ່​ສ້າງ​ນະ​ຄອນ​ສະຫຼາດ​ຕື່ມ​ອີກເພື່ອ​ໜູ​ນ​ຊ່ວຍ​ຮ່າ​ໂນ້ຍ ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ທ່ານ​ຮອງ​ປະ​ທາ​ນ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນ​ະ​ຄອນ ຮ່າ​ໂນ້ຍ ຫງວຽນ​ຢ໋​ວານ​ຕ່​ວານ ໄດ​້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຂໍ້ສັງ​ເກດ ແລະ ຂໍ້​ສະ​ເໜີ​ຂອງ​ທ່າ​ນ​ຮອງ​ລັດ​ຖະ​ມົນ​ຕີ Lukas Kaucky, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ, ຍາມ​ໃດ ນະ​ຄອນ ຮ່າ​ໂນ້ຍ ​ກໍ່​ຊົມ​ເຊີຍ, ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ​ຂອງ ສ. ເຊັກ​ໂກ ​ໄດ້ຊອ​ກ​ຮູ​້ ແລະ ລົງ​ທຶນ​ເຂົ້າ​ຮ່າ​ໂນ້ຍ.


ຂ່າວ/ບົດ​ອື່ນ