ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງ ກວາງຊີ (ຈີນ)

(VOVWORLD) -ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການເຈລະຈາທາງໂທລະສັບກັບທ່ານເລຂາຄະນະພັກເຂດປົກຄອງຕົນເອງ ກວາງຊີ, ປະເທດຈີນ ລູຊິນຊາງ.
ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງ ກວາງຊີ (ຈີນ) - ảnh 1ການເຈລະຈາທາງໂທລະສັບ
(ພາບ: TTXVN)

ວັນທີ 14 ກັນຍາ, ຈາກສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການເຈລະຈາທາງໂທລະສັບກັບທ່ານເລຂາຄະນະພັກເຂດປົກຄອງຕົນເອງ ກວາງຊີ, ປະເທດຈີນ ລູຊິນຊາງ.

ທີ່ການເຈລະຈາທາງໂທລະສັບ, ທ່ານລັດຖະມົນຕີ ບຸຍແທງເຊີນ ຢືນຢັນວ່າ, ພັກ, ລັດຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ເພີ່ມທະວີການຮ່ວມມືມິດຕະພາບກັບແຂວງ ກວາງຊີ. ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍຈົ່ງຮັກສາການແລກປ່ຽນ, ພົບປະຢູ່ທຸກຂັ້ນດ້ວຍຮູບແບບຢ່າງມີໄຫວພິບ; ເພີ່ມທະວີການແບ່ງປັນຂໍ້ມູນຂ່າວ, ນະໂຍບາຍກ່ຽວຂ້ອງເຖິງວຽກງານປ້ອງກັນ ຕ້ານໂລກລະບາດ, ສົມທົບກັນໃນການປ້ອງກັນ ຕ້ານໂລກລະບາດຢູ່ເຂດຊາຍແດນ; ຮັກສາທ່າເຕີບໂຕຮ່ວມມືເສດຖະກິດ- ການຄ້າ, ສ້າງຄວາມສະດວກໃຫ້ແກ່ສິນຄ້າຂອງຫວຽດນາມ ສົ່ງໄປຍັງ ຈີນ; ຍົກລະດັບບັນດາດ່ານຊາຍແດນໂດຍໄວ ແລະ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງສົມເຫດສົມຜົນ.

ສ່ວນທ່ານເລຂາຄະນະພັກ ລູຊິນຊາງ ຢືນຢັນວ່າ, ແຂວງ ກວາງຊີ ຈະມານະພະຍາຍາມຍົກສູງຄວາມໄວໃຫ້ແກ່ສິນຄ້າຜ່ານແດນຢູ່ດ່ານຊາຍແດນທາງລົດໄຟ ແລະ ທາງບົກ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເພດສິນຄ້າຂອງຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດນຳເຂົ້າແຂວງ ກວາງຊີ ແລະ ບັນດາແຂວງພາຍໃນປະເທດ ຈີນ ແລະ ສົ່ງໄປຍັງເຂດອາຊີກາງ. ພ້ອມກັນນັ້ນ, ກວາງຊີ ຈະເພີ່ມທະວີການພົວພັນແລກປ່ຽນມິດຕະພາບ ແລະ ການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ, ໂດຍສະເພາະແມ່ນບັນດາແຂວງຢູ່ເຂດຊາຍແດນ, ປະກອບສ່ວນປັບປຸງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຈີນ - ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ