ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງປະຊາຊົນແລະກອງທັບຫວຽດນາມ-ກຳປູເຈຍ

ເພີ່ມທະວີການຮ່ວມມືມິດຕະພາບລະຫວ່າງປະຊາຊົນແລະກອງທັບຫວຽດນາມ-ກຳປູເຈຍ - ảnh 1
ຄະນະຜູ້ແທນຂັ້ນສູງກອງທັບ ປະຊາຊົນ ຫວຽດນາມ ກໍ່ມີການເຮັດວຽກຢູ່ ກຳປູເຈຍ ເມື່ອວັນທີ 7/4
(ພາບ: Báo biên phòng)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ ພົນ​ເອກ Pon Sruon, ຫົວໜ້າ​ກອງ​ບັນຊາ​ການ​​ໃຫຍ່ກອງທັບ​ລາຊະ​ອານາຈັກ ກຳປູ​ເຈຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ ກອງທັບ​ປະຊາຊົນ ຫວຽດນາມ ​ໂດຍ​ພົນ​ໂທ ​ໂດ໋ບ໋າ​ຕິ, ຫົວໜ້າ​ເສນາ​ທິການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ນຳ​ໜ້າ​ໄດ້​ມີ​ການ​ຢ້ຽມຢາມ, ​ເຮັດ​ວຽກ​ຢູ່ ກຳປູ​ເຈຍ ​ແຕ່​ວັນ​ທີ 15 – 18/6/2014. ການຢ້ຽມຢາມ, ​​ເຮັດ​ວຽກ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​​ແຫ່ງການ​ຮ່ວມ​ມື​​ໃນ​ປີ 2013 ​ແລະ 6 ​ເດືອນ​ຕົ້ນ​ປີ 2014, ​​ເຫັນ​ດີເປັນ​ເອກະສັນຕໍ່​ທິດ​ທາງ, ມາດ​ຕະການ​ຜັນ​ຂະຫຍາຍ​ການປະຕິບັດ​ວຽກ​ງານ 6 ​ເດືອນ​ຕົ້ນປີ 2014 ລະຫວ່າງ​ກອງ​​ເສນາ​ທິການ​​ໃຫຍ່ກອງທັບປະຊາຊົນ ຫວຽດນາມ ກັບ ກອງ​ບັນຊາ​ການ​ໃຫຍ່​ກອງທັບ​ລາຊະ​ອານາຈັກ ກຳປູ​ເຈຍ. ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຄັ້ງ​ນີ້​ຈະປະກອບສ່ວນ​ເພ່ີມ​ທະ​ວີ ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ, ການ​ຮ່ວມ​ມື, ມິດຕະພາບ​ລະ​ຫວ່າງ​ປະຊາຊົນ ​ແລະ ກອງທັບ 2 ປະ​ເທດ ຫວຽດນາມ - ກຳປູ​ເຈຍ ​ໃຫ້​ນັບ​ມື້​ນັບ​ສະໜິດ​ຕິດພັນ​ກ່ວາ​ອີກ.


ຂ່າວ/ບົດ​ອື່ນ