ເພີ່ມທະວີການຮ່ວມມືລັດຖະການໃນ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື

(VOVWORLD) -ໃນການຮ່ວມມືລັດຖະການ, ບັນດາປະເທດ ອາຊຽນ ໄດ້ສ້າງວິໄສທັດປະຊາຄົມຮອດປີ 2025, ໃນນັ້ນ, ສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງໃນ 3 ເສົາຄ້ຳ
ເພີ່ມທະວີການຮ່ວມມືລັດຖະການໃນ ອາຊຽນ ແລະ ບັນດາປະເທດຄູ່ຮ່ວມມື - ảnh 1ທີ່ການຕ້ອນຮັບ
(ພາບ: TTXVN)

ຕອນບ່າຍວັນທີ 04 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິນ ໄດ້ໃຫ້ການຕ້ອນຮັບບັນດາຫົວໜ້າພື້ນຖານລັດຖະການບັນດາປະເທດ ອາຊຽນ, ອາຊຽນ +3 ທີ່ພວມເຂົ້າຮ່ວມກອງປະຊຸມຮ່ວມມື ອາຊຽນ ກ່ຽວກັບບັນຫາລັດຖະການຄັ້ງທີ 21 (ACCSM 21) ທີ່ດຳເນີນໃນລະຫວ່າງວັນທີ 03 – 05 ສິງຫາ ຕາມພິທີການທູດ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຊີ້ແຈ້ງວ່າ, ໃນການຮ່ວມມືລັດຖະການ, ບັນດາປະເທດ ອາຊຽນ ໄດ້ສ້າງວິໄສທັດປະຊາຄົມຮອດປີ 2025, ໃນນັ້ນ, ສ້າງ ອາຊຽນ ໃຫ້ໝັ້ນຄົງເຂັ້ມແຂງໃນ 3 ເສົາຄ້ຳ: ຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ. ຂອດລຸລ່ວງຂອງ 3 ເສົາຄ້ຳດັ່ງກ່າວແມ່ນເລື່ອງມຸ່ງໄປເຖິງປະຊາຊົນ, ຮັບໃຊ້ປະຊາຊົນ, ຖືປະຊາຊົນເປັນໃຈກາງ; ຈາກນັ້ນ, ສ້າງການຄຸ້ມຄອງໃນທຸກຂົງເຂດໃຫ້ເປັນຢ່າງດີທີ່ສຸດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິງມິນ ຢືນຢັນວ່າ ການບໍລິຫານພາກລັດ ແລະ ຄຸ້ມຄອງລັດສວມບົດບາດສຳຄັນພິເສດສຳລັບແຕ່ລະປະເທດ ກໍຄືປະຊາຄົມ ອາຊຽນ; ທ່ານຫວັງວ່າ ບັນດາຜູ້ແທນຈະແລກປ່ຽນບົດຮຽນ, ເພີ່ມທະວີການຮ່ວມມືໃນບັນດາພື້ນຖານລັດຖະການ ອາຊຽນ, ອາຊຽນ + 3 ແລະ ບັນດາປະເທດຄູ່ຮ່ວມມືໃຫ້ມີປະສິດທິຜົນຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ