ເພີ່ມທະວີການຮ່ວມມືລະຫວ່າງ 2 ຄະນະຈັດຕັ້ງສູນກາງພັກຂອງຫວຽດນາມ ແລະ ລາວ

(VOVWORLD) -ຕອນບ່າຍວັນທີ 4 ມັງກອນ, ທ່ານນາງເຈືອງທິມາຍ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ດຳເນີນການເຈລະຈາທາງໄກກັບ ທ່ານນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ປະຊາຊົນ ປະຕິວັດລາວ ເພື່ອແລກປ່ຽນບັນດາກຳນົດທິດໃຫຍ່ທີ່ກອງປະຊຸມໃຫຍ່ ຂອງແຕ່ລະພັກ ກ່ຽວກັບວຽກງານ ກໍ່ສ້າງພັກ; ຕີລາຄາໝາກຜົນການຮ່ວມມືລະຫວ່າງຄະນະຈັດຕັ້ງສູນກາງພັກຂອງ 2 ປະເທດໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ. 
ເພີ່ມທະວີການຮ່ວມມືລະຫວ່າງ 2 ຄະນະຈັດຕັ້ງສູນກາງພັກຂອງຫວຽດນາມ ແລະ ລາວ - ảnh 1ທ່ານນາງເຈືອງທິມາຍ,  ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍຄະນະ

     ທີ່ການເຈລະຈາ, ທ່ານນາງ ເຈືອງທິມາຍ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ສືບຕໍ່ບັນລຸໄດ້ບັນດາຜົນງານໃໝ່ ແລະ ໃຫຍ່ຫຼວງກ່ວາເກົ່າ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວຢ່າງສຳເລັດຜົນ, ກໍ່ສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມ.

      2 ຝ່າຍໄດ້ເຫັນດີ ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນກ່ຽວກັບການກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງ; ຮັດແໜ້ນການຮ່ວມມື, ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນກົມຂອງສອງຄະນະ, ດ້ວຍບັນດາເນື້ອໃນແທດຈິງກ່ຽວກັບວຽກງານກໍ່ສ້າງພັກ; ໂຄສະນາເຜີຍແຜ່ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃນໝູ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ - ລາວ ໃນປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ