ເພີ່ມທະວີການຮ່ວມມືລະຫວ່າງ VOV ແລະ ບັນດາຄູ່ຮ່ວມມືຂອງ ອິດສະຣາແອັນ

(VOVWORLD) -ທ່ານຜູ້ອຳນວນການໃຫຍ່ VOV ໂດ້ຕຽນຊີ ເນັ້ນໜັກວ່າ, ເກືອບ 30 ປີຜ່ານມາ, ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິດສະຣາແອັນ ນັບມື້ນັບພັດທະນາໃນຫຼາຍຂົງເຂດ
ເພີ່ມທະວີການຮ່ວມມືລະຫວ່າງ VOV ແລະ ບັນດາຄູ່ຮ່ວມມືຂອງ ອິດສະຣາແອັນ - ảnh 1(ທີ່ການຕ້ອນຮັບ)

        ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ແລະ ບັນດາຄູ່ຮ່ວມມືຂອງ ອິດສະຣາແອັນ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອິດສະຣາແອັນ ແລະ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ ໃນປີ 2023, ຕອນບ່າຍວັນທີ 31 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານ ໂດ້ຕຽນຊີ, ຜູ້ອຳນວນການໃຫຍ່ VOV ໄດ້ຕ້ອນຮັບທ່ານ Yaron Mayer, ເອກເອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລັດ ອິດສະຣາແອັນ ປະຈຳ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຜູ້ອຳນວນການໃຫຍ່ VOV ໂດ້ຕຽນຊີ ເນັ້ນໜັກວ່າ, ເກືອບ 30 ປີຜ່ານມາ, ການພົວພັນ 2 ຝ່າຍລະຫວ່າງ ຫວຽດນາມ ແລະ ອິດສະຣາແອັນ ນັບມື້ນັບພັດທະນາໃນຫຼາຍຂົງເຂດ, ໂດຍສະເພາະແມ່ນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ການຄ້າ; ທ່ານສະເໜີໃຫ້ສະຖານທູດ ອິດສະຣາແອັນ ຈົ່ງເປັນຂົວເຊື່ອມຕໍ່ໃຫ້ແກ່ການສ້າງຕັ້ງ ແລະ ຊຸກຍູ້ການເຄື່ອນໄຫວພົວພັນແລກປ່ຽນ, ຮ່ວມມືດ້ານສື່ມວນຊົນລະຫວ່າງ 2 ປະເທດ.

        “ວຽກງານໂຄສະນາ, ສື່ສານຂອງ VOV ໄດ້ຮ່ວມເດີນທາງ ແລະ ໄດ້ຕັ້ງໜ້າປະກອບສ່ວນໃນຕະຫຼອດໄລຍະ 30 ປີແຫ່ງວັນ 2 ປະເທດສ້າງຕັ້ງສາຍພົວພັນທາງການທູດ. ວຽກງານນີ້ຂອງ VOV ໃນໄລຍະຜ່ານມາໄດ້ຮັບການຕີລາຄາເປັນຢ່າງດີແລ້ວ, ແຕ່ຈະດີກວ່າເກົ່າຖ້າຫາກວ່າພວກເຮົາຮ່ວມມືໃນການປະຕິບັດໜ້າທີ່ສື່ມວນຊົນ ເພື່ອໃຫ້ພວກຂ້າພະເຈົ້າມີແຫຼ່ງຂ່າວຢ່າງອຸດົມສົມບູນ ແລະ ຊັດເຈນກວ່າເກົ່າ”.

        ສ່ວນທ່ານເອກອັກຄະລັດຖະທູດ Yaron Mayer ໃຫ້ຮູ້ວ່າ, ການພົບປະແມ່ນມີຄວາມໝາຍຫຼາຍຢ່າງ ເມື່ອ ອິດສະຣາແອັນ ພວມປາດຖະໜາຢາກເປີດກວ້າງການຮ່ວມມືທາງດ້ານວັດທະນະທຳ, ການທູດ, ການແລກປ່ຽນຄະນະຜູ້ແທນກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ