ເພີ່ມທະວີການຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju, ສ.ເກົາຫຼີ

(VOVWORLD) -ໃນໄລຍະທີ່ຈະມາເຖິງຈະມີການຮ່ວມມືກັບ ວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju, ເພື່ອໃຫ້ລາຍການພາກພາສາ ສ.ເກົາຫຼີ ຂອງ ວິທະຍຸກະຈາຍສຽງ ຫວຽດນາມນັບມື້ດີນັບຂຶ້ນ.

ຕອນບ່າຍວັນທີ 17 ທັນວາ, ທີ່ສູນກະຈາຍສຽງແຫ່ງຊາດ, ເຮືອນເລກທີ 58 ຖະໜົນ ກວ໋ານສື, ຮ່າໂນ້ຍ, ທ່ານ ຫວູຫາຍ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຕ້ອນຮັບຄະນະວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju, ສ.ເກົາຫຼີ ນຳໂດຍທ່ານ Shin Geonho, ຜູ້ອຳນວຍການວິທະຍຸກະຈາຍສຽງເປັນຫົວໜ້າຄະນະ. ທີ່ການຕ້ອນຮັບທ່ານ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ຫວູຫາຍ ໃຫ້ຮູ້ວ່າ: ວັນທີ 18 ທັນວາ, ວິທະຍຸກະຈາຍສຽງ ຫວຽດນາມ  ເປີດຕົວລາຍການພາສາ ເກົາຫຼີ ຢ່າງເປັນທາງການ. ໂດຍການອອກອາກາດພາກພາສາ ເກົາຫຼີ, ວິທະຍຸກະ ຈາຍສຽງ ຫວຽດນາມ ແມ່ນສະຖານີວິທະຍຸແຫ່ງຊາດ ເຊິ່ງອອກອາກາດພາກພາສາຕ່າງປະເທດ 12 ພາສາ.

ເພີ່ມທະວີການຮ່ວມມືລະຫວ່າງ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju, ສ.ເກົາຫຼີ - ảnh 1ຜູ້ຕາງໜ້າ VOV ແລະ  ວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju ດໍາເນີນພິທີລົງນາມບົດບັນທຶກການຮ່ວມມື  

“ວິທະຍຸກະຈາຍສຽງ ຫວຽດນາມ ມີການພົວພັນຮ່ວມມືກັບບັນດາວິທະຍຸກະຈາຍສຽງ, ບັນກາອົງການວິທະຍຸໂທລະພາບໃນໂລກ ໃນນັ້ນມີບັນດາວິທະຍຸໂທລະພາບຂອງ ສ.ເກົາຫຼີ ຄື KBS. ພວກຂ້າພະເຈົ້າຫວັງວ່າ ໃນໄລຍະທີ່ຈະມາເຖິງຈະມີການຮ່ວມມືກັບ ວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju, ເພື່ອໃຫ້ລາຍການພາກພາສາ ສ.ເກົາຫຼີ ຂອງ ວິທະຍຸກະຈາຍສຽງ ຫວຽດນາມນັບມື້ດີນັບຂຶ້ນ.”

ສ່ວນທ່ານ Shin Geonho ກໍ່ຫວັງວ່າ ວິທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju ຈະຮ່ວມມືຜະລິດບັນດາລາຍການທີ່ແທດເໝາະໃຫ້ແກ່ທັງສອງປະເທດ.

ພາຍຫຼັງການຕ້ອນຮັບ, ໄດ້ມີການດຳເນີນພິທີລົງນາມບົດບັນທຶກການຮ່ວມມືລະຫວ່າງ ທະຍຸກະຈາຍສຽງ ຫວຽດນາມ ແລະ ວິທະຍຸກະຈາຍສຽງພາສາຕ່າງປະເທດ Gwangju/.

ຕອບກັບ

ຂ່າວ/ບົດ​ອື່ນ