ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ກັບ ໂຮນ​ລັງ ແລະ ໂມ​ຊຳ​ບິກ

(VOVWORLD) - ຕອນບ່າຍວັນທີ 12 ເມສາ, ຢູ່ຮ່າໂນ້ຍ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນຖັ໊ງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບ ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ແລະ ທ່ານ Leonardo Pene ເອກອັກຄະລັດຖະທູດ ໂມຊຳບິກ ປະຈຳ ຫວຽດນາມ ກ່ຽວກັບການຮ່ວມມືລະຫວ່າງສະຖາບັນ ແລະ ສອງປະເທດໃນໄລຍະຈະມາເຖິງ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ກັບ ໂຮນ​ລັງ ແລະ ໂມ​ຊຳ​ບິກ - ảnh 1ທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ ແລະ ທ່ານ ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຫງວຽນຊວັນຖັ໊ງ (ພາບ: TTXVN)

ເມື່ອແລກປ່ຽນກັບທ່ານນາງ Elsbeth Akkerman ເອກອັກຄະລັດຖະທູດ ໂຮນລັງ, ທ່ານ ຫງວຽນຊວັນຖັ໊ງ ເນັ້ນໜັກວ່າ ຢາກເພີ່ມທະວີການຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດ: ການສຶກສາ ແລະ ບຳລຸງສ້າງ; ຄົ້ນຄວ້າ, ແລກປ່ຽນທາງດ້ານວິຊາການສຶກສາກ່ຽວກັບນະໂຍບາຍສາທາລະນະ, ວິທະຍາສາດຄຸ້ມຄອງຕົວເມືອງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄຸ້ມຄອງຂຽວ, ການຫັນເປັນດີຈີຕອນ, ຫັນເປັນພະລັງງານສີຂຽວ… ເພື່ອແນໃສ່ຮັບໃຊ້ວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຢູ່ທຸກຂັ້ນ, ທຸກຂະແໜງການ…

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈີ​ມິນ ກັບ ໂຮນ​ລັງ ແລະ ໂມ​ຊຳ​ບິກ - ảnh 2ທ່ານ ຫງວຽນຊວັນຖັ໊ງ ແລກປ່ຽນກັບທ່ານ Leonardo Pene ເອກອັກຄະລັດຖະທູດ ໂມຊຳບິກ ປະຈຳ ຫວຽດນາມ (ພາບ: TTXVN)
ສ່ວນໃນການເຮັດວຽກກັບທ່ານ Leonardo Pene ເອກອັກຄະລັດຖະທູດ ໂມຊຳບິກ ປະຈຳ ຫວຽດນາມ, ທ່ານ ຫງວຽນຊວັນຖັ໊ງ ຢັ້ງຢືນວ່າ, ກຳລັງບົ່ມຊ້ອນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ໂມຊຳບິກ ແມ່ນໃຫຍ່ຫຼວງທີ່ສຸດ, ພິເສດໃນບັນດາຂົງເຂດ: ກະສິກຳ, ການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ… ຕາມທ່ານ ຫງວຽນຊວັນຖັ໋ງ ແລ້ວ, ໃນໄລຍະຈະມາເຖິງ, ສະຖາບັນສາມາດຮ່ວມມືກັບ ໂມຊຳບິກ ຜ່ານບາງໂຄງການຄື: ຮ່ວມມືຮຽບຮຽງ, ແປບົດນິພົມຂອງປະທານໂຮ່ຈີມິນ ເປັນພາສາຕ່າງໆ; ສະຫງວນທຶນການສຶກສາລະດັບປະລິນຍາເອກໃຫ້ແກ່ພະນັກງານພັກ Frelimo….

 

ຕອບກັບ

ຂ່າວ/ບົດ​ອື່ນ