ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ນິວ​ຊີ​ແລນ

(VOVWORLD) -ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງຕໍ່ການເພີ່ມທະວີການພົວພັນກັບ ນິວຊີແລນ ໃນທຸກຊ່ອງທາງພັກ, ລັດຖະບານ, ລັດຖະສະພາ ແລະ ການພົວພັນແລກປ່ຽນປະຊາຊົນ.
ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ນິວ​ຊີ​ແລນ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe (ພາບ: VOV)

ຕອນເຊົ້າວັນທີ 6 ທັນວາ, ຢູ່ສຳນັກງານລັດຖະສະພາ ນິວຊີແລນ, ທີ່ນະຄອນຫຼວງ Wellington, ໃນການພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ ນິວຊີແລນ, Adrian Rurawhe, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຢ່າງສູງຕໍ່ການເພີ່ມທະວີການພົວພັນກັບ ນິວຊີແລນ ໃນທຸກຊ່ອງທາງພັກ, ລັດຖະບານ, ລັດຖະສະພາ ແລະ ການພົວພັນແລກປ່ຽນປະຊາຊົນ. ຢູ່ທີ່ນີ້, ສອງຝ່າຍກໍເຫັນດີເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ - ການຄ້າ - ການລົງທຶນ, ນຳຂົງເຂດນີ້ກາຍເປັນກຳລັງໜູນແກ່ການພັດທະນາສາຍພົວພັນລະຫວ່າງສອງປະເທດ; ພ້ອມທັງຖືວ່າ ສັນຍາການຄ້າເສລີສະບັບຕ່າງໆ ເຊິ່ງສອງປະເທດເປັນສະມາຊິກ ແມ່ນບັນດາກົນໄກສຳຄັນເພື່ອຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ. ໄປຄຽງຄູ່ກັນນັ້ນ, ບັນດາຂົງເຂດຮ່ວມມືທີ່ມີມາແຕ່ດົນນານ ຄື ການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ, ວັດທະນະທຳ, ກິລາ, ແຮງງານ, ກະສິກຳ - ປ່າໄມ້ - ການປະມົງ…, ສອງຝ່າຍຕ້ອງເປີດກວ້າງການຮ່ວມມືໃນຂົງເຂດໃໝ່ທີ່ມີຄວາມສາມາດບົ່ມຊ້ອນຄື ການຫັນເປັນດີຈີຕອນ, ຫັນປ່ຽນພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ…

        ສອງຝ່າຍກໍເຫັນດີເປັນເອກະພາບ ຮັກສາການປຶກສາຫາລື, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນແລະກັນໃນບັນດາກົນໄກຮ່ວມມືຫຼາຍຝ່າຍ, ເວທີປາໄສລັດຖະສະພາໃນລະດັບພາກພື້ນ ແລະ ສາກົນ.

ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ນິວ​ຊີ​ແລນ - ảnh 2ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern (ພາບ: VOV)

        ຕອນບ່າຍຂອງວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ  ຫວຽດນາມ ຖືເປັນສຳຄັນການພົວພັນກັບ ນິວຊີແລນ ແລະ ຫວັງວ່າ ຈະຊຸກຍູ້ການພົວພັນໃນທຸກຂົງເຂດກໍຄືທຸກຊ່ອງທາງ ໃຫ້ນັບມື້ນັບດີຍິ່ງໆຂຶ້ນ; ສ້າງເງື່ອນໄຂສະດວກທີ່ສຸດແກ່ການຄ້າສອງຝ່າຍຫຼາຍກວ່າອີກ…

        ສ່ວນທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ຫວັງວ່າ ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການສຶກສາ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ແຮງງານ ຫວຽດນາມ, ໂດຍສະເພາະມ່ນແຮງງານທີ່ມີສີມືດີພວມເຮັດວຽກຢູ່ ນິວຊີແລນ, ໃຫ້ບຸລິມະສິດແກ່ແຮງງານໃນບັນດາຂົງເຂດສາທາລະນະສຸກ, ການກໍ່ສ້າງ ແລະ ກະສິກຳ.

ນອກຈາກນັ້ນແລ້ວ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຍັງໄດ້ໃຫ້ການຕ້ອນຮັບທ່ານນາງ Jenny Salesa ຫົວໜ້າກຳມາທິການການຕ່າງປະເທດ, ການປ້ອງກັນຊາດ ແລະ ການຄ້າ ສະພາແຫ່ງຊາດ ນິວຊີແລນ, ທ່ານ Christopher Luxon ການນຳພັກຊົນຊາດ (ພັກຝ່າຍຄ້ານ), ທ່ານ Chris Hipkins ລັດຖະມົນຕີກະຊວງສຶກສາ…

ບັນດາການເຄື່ອນໄຫວເຫຼົ່ານັ້ນ ໄດ້ສິ້ນສຸດການຢ້ຽມຢາມ ນິວຊີແລັນ ຢ່າງເປັນທາງການຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງຈົບງາມ.

ເລຕວຽດ

ຕອບກັບ

ຂ່າວ/ບົດ​ອື່ນ