ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ໃນຫຼາຍຂົງເຂດ

(VOVWORLD) -  ໃນລະຫວ່າງວັນທີ 24 – 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ສ.ເບລາຣຸດ  Igor Lyashenko ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄໍາເຊີນຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້. 
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ໃນຫຼາຍຂົງເຂດ - ảnh 1ການເຈລະຈາລະຫວ່າງສອງຝ່າຍ (ພາບ: VGP) 

ວັນທີ 25 ກັນຍາ, ທີ່ການເຈລະຈາລະຫວ່າງຮອງນາຍົກລັດຖະມົນຕີທັງສອງທີ່ຈັດຂຶ້ນຢູ່ຮ່າໂນ້ຍ, ສອງຝ່າຍໄດ້ເຫັນດີ ຈະສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ເພີ່ມທະວີການສົມທົບວຽກງານຢູ່ບັນດາເວທີປາໄສຫຼາຍຝ່າຍ, ຜ່ານນັ້ນ ປະກອບສ່ວນປົກປ້ອງຜົນປະໂຫຍດແຫ່ງຊາດຂອງແຕ່ລະປະເທດ. ສອງຝ່າຍຍັງເຫັນດີສົມທົບກັນຜັນຂະຫຍາຍປະຕິບັດສັນຍາການຄ້າເສລີ ລະຫວ່າງລະຫວ່າງຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ ແລະ ອະນຸສັນຍາວ່າດ້ວນການຊ່ວຍໜູນການຜະລິດຍານພາຫະນະຂົນສົ່ງ ບົນດິນແດນຫວຽດນາມ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 500 ລ້ານ USD ຕໍ່ ປີໃນຊຸມປີທີ່ຈະມາເຖິງ, ພ້ອມທັງຄົ້ນຄວ້າ ແລະ ເປີດກວ້າງການຮ່ວມມືໃນຂົງເຂດກະສິກໍາ. ສອງຝ່າຍຍັງເຫັນດີສືບຕໍ່ຮ່ວມມືໃນຂົງເຂດວິທະຍາສາດ, ການສຶກສາ ແລະ ວັດທະນະທຳ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ສ່ວນ ທ່ານຮອງນາຍົກລັດຖະມົນຕີ ສ.ເບລາຣຸດ  Igor Lyashenko ໄດ້ຢືນຢັນສະໜັບສະໜູນຫຼັກໝັ້ນຂອງຫວຽດນາມໃນການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ບໍ່ນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ.

        ພາຍຫຼັງການເຈລະຈາ, ສອງຝ່າຍໄດ້ເປັນສັກຂີພິຍານພິທີລົງນາມໃນໂຄງການຮ່ວມມືທາງດ້ານວັດທະນະທຳລະຫວ່າງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ກະຊວງວັດທະນະທຳ ເບລາຣຸດ ໄລຍະ 2020 – 2022.

ຕອບກັບ

ຂ່າວ/ບົດ​ອື່ນ