ເພີ່​ມ​ທະ​ວີ​ການ​ຮ່​ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ບີ​ ໃນຫຼາຍ​ຂົງ​ເຂດ

(VOVWORLD) - ວັນທີ 16 ເມສາ, ທ່ານ ຟ້າມກ໊ວກຈຸ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ.ຫວຽດນາມ ປະຈຳ ກຳບີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ Adama barrow ປະທານາທິບໍດີ ກຳບີ.
ເພີ່​ມ​ທະ​ວີ​ການ​ຮ່​ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ບີ​ ໃນຫຼາຍ​ຂົງ​ເຂດ - ảnh 1ທ່ານ ຟ້າມກ໊ວກຈຸ ເອກອັກຄະລັດຖະທູດ ແລະ ທ່ານ Adama barrow ປະທານາທິບໍດີ ກຳບີ (ພາບ: TTXVN) 

ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານ Adama barrow ປະທານາທິບໍດີ ພ້ອມກັບເຈົ້າໜ້າທີ່ ກຳບີ ມີການຕ້ອນຮັບທ່ານ ຟ້າມກ໊ວກຈຸ ເອກອັກຄະລັດຖະທູດ ຫວຽດນາມ.

        ທີ່ນີ້, ທ່ານ ຟ້າມກ໊ວກຈຸ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະ
ໜາຢາກເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ກຳບີ, ພິເສດໃນບັນດາຂົງເຂດທີ່ ຟ ປະເທດມີທ່າແຮງຄື ກະສະກຳ, ເສດຖະກິດທາງທະເລ, ການທ່ອງທ່ຽວ, ການຄ້າ. ທ່ານ ເອກອັກຄະລັດຖະທູດກໍ່ໃຫ້ຮູ້ວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືໃນໄລຍະຈະມາເຖິງ.

        ສ່ວນທ່ານ Adama barrow ປະທານາທິບໍດີ ກຳບີ ໄດ້ຕີລາຄາສູງບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ; ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດຄື ການຄ້າ, ການລົງທຶນ, ກະສິກຳ, ສາທາລະນະສຸກ, ການສຶກສາ… ແລະ ທ່ານນັ້ນໜັກວ່າຢາກຮຽນຮູ້ບົດຮຽນຂອງ ຫວຽດນາມ, ກໍ່ຄືຢາກເຫັນນັກລົງທຶນຫຼາຍທ່ານ ແລະ ວິສາຫະກິດ ຫຼາຍແຫ່ງ ຂອງ ຫວຽດນາມ ໄປທຳມາຫາກິນຢູ່ ກຳບີ.

        ທ່ານ Adama barrow ຖືວ່າ ກຳບີ ແລະ ຫວຽດນາມ ຄວນເຈລະຈາ, ລົງນາມໃນບັນດາສັນຍາທີ່ຈຳເປັນເພື່ອສ້າງກອບນິຕິກຳສະດວກໂດຍໄວເພື່ອພັດທະນາການພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດໃຫ້ຫຼາຍກ່ວາອີກ; ພ້ອມກັນນັ້ນ, ກໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສສາກົນ. ທ່ານປະທານາທິບໍດີ ຢັ້ງຢືນວ່າ ກຳບີ ສະໜັບສະໜູນ ຫວຽດນາມ ໃນການອອກສະໝັກເລືອກຕັ້ງເປັນກຳມະການບໍ່ປະຈຳການ ຂອງ ສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ