ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

(VOVWORLD) - ແຕ່ວັນທີ 24 – 28 ທັນວາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຊວນຖັ໋ງ ເລຂາສູນກາງພັກຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຮັບຜິດຊອບສະພາທິດສະດີສູນກາງ ເປັນຫົວໜ້າຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

ທ່ານ ຫງວຽນຊວນຖັ໋ງ ໄດ້ໄປມີການພົບປະກັບທ່ານປະທານຄະນະປະທານພັກກອມມູນິດ ຍີ່ປຸ່ນ Shii Kazuo. 2 ຝ່າຍໄດ້ແບ່ງປັນຂໍ້ມູນຂ່າວສານກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ປຶກສາຫາລືກ່ຽວກັບບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ພັກໃນໄລຍະຈະມາເຖິງກ່ວາອີກ.

        ທ່ານ ຫງວຽນຊວນຖັ໋ງ ກໍ່ມີບັນດາການເຮັດວຽກກັບຫົວໜ້າຫ້ອງວ່າການລັດຖະບານ ຍີ່ປຸ່ນ, ທີ່ປຶກສາພິເສດຂອງນາຍົກລັດຖະມົນຕີ ຍີ່ປຸ່ນ, ລັດຖະມົນຕີຮັບຜິດຊອບການປະຕິຮູບດ້ານບໍລິຫານ ແລະ ລະບອບລັດຖະກອນ…

 

ຕອບກັບ

ຂ່າວ/ບົດ​ອື່ນ