ເພີ່ມທະວີການຮ່ວມມືລະຫວ່າງ ອົງການກວດສອບຫວຽດນາມ ແລະ ປາແລດສະຕິນ

ເພີ່ມທະວີການຮ່ວມມືລະຫວ່າງ ອົງການກວດສອບຫວຽດນາມ ແລະ ປາແລດສະຕິນ - ảnh 1

(ພາບ:ອິນ​ເຕີ​ແນັດ)

(vovworld) - ​ຕອນ​ບ່າຍວັນ​ທີ 26/11, ທີ່​ສຳ​ນັກ​ງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ໋ວັນ​ນິງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Samir A.O.Abuznaid ປະທານ​ອົງການ​ກວດ​ສອບ​​​ແຫ່ງ​ລັດ ​ແລະ ຕິດຕາມ​ກວດກາ​ບໍລິຫານ​ປາ​ແລດ​ສະຕິ​ນ ຊື່​ງພວມ​ຢູ່​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ທີ່​ການ​ຕ້ອນຮັບ,​ ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ໋ວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ໃນ​ຫຼາຍຂົງ​ເຂດ​ຊື່​ງຫວຽດນາມ ​ແລະ ປາ​ແລດ​ສະຕິ​ນ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ພ້ອມ​ທັງ​ຖື​ວ່າ: ຍັງ​ມີ​ຄວາມ​ສາມາດບົ່ມ​ຊ້ອນ​ຫຼາຍ​ຢ່າງ​ຊື່​ງສອງ​ປະ​ເທດ​ບໍ່​ທັນ​ຂຸດ​ຄົ້ນໝົດ​ເທື່ອ, ຄວນ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກ່ວາ​ອີກ. ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ໋ວັນ​ນິງ ຢືນຢັນ​ວ່າ: ຫຼັກ​ໝັ້ນສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ສະໜັບສະໜູນ​ລັດຖະບານ ​ແລະ ປະຊາຊົນ​ປາ​ແລດ​ສະຕິ​ນ ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ ​ແລະ ສ້າງສາ​ປະ​ເທດ​ຊາດ. ທ່ານ​ສະ​ເໜີ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ​ສອງ​ປະ​ເທດ ຄວນ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ລັດຖະບານ, ບັນດາກະຊວງ, ຂະ​ແໜງ​ການ, ​ອົງການ ​ແລະ ປະຊາຊົນ​ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ