ເພີ່ມທະວີການຮ່ວມມືລະຫວ່າງ ອີຢູ ແລະ ບັນດາປະເທດ ແນໃສ່ຫລຸດຜ່ອນຢາງປຼາດສະຕິກເສດເຫຼືອ

(VOVWORLD) - ລັດຖະບານ ຫວຽດນາມ ເວົ້າລວມ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມເວົ້າສະເພາະ ໃຫ້ຄຳໝັ້ນສັນຍາ ຍາມໃດກໍ່ເອົາໃຈໃສ່ຊອກຫາບັນດາມາດຕະການຢ່າງຮີບເຮັ່ງ ແລະ ໄລຍະຍາວ ເພື່ອຫລຸດຜ່ອນມົນລະພິດຈາກຢາງປຼາດສະຕິກ ແລະ ຊຸກຍູ້ພັດທະນາພື້ນຖານເສດຖະກິດ.
ເພີ່ມທະວີການຮ່ວມມືລະຫວ່າງ ອີຢູ ແລະ ບັນດາປະເທດ ແນໃສ່ຫລຸດຜ່ອນຢາງປຼາດສະຕິກເສດເຫຼືອ - ảnh 1ພາບປະກອບ / TTXVN

  ຕອນເຊົ້າວັນທີ 09 ເມສາ, ທີ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບຄະນະປະຕິບັດງານສະຫະພາບເອີຣົບ (ອີຢູ) ປະຈຳ ຫວຽດນາມ ແລະ ອົງການຮ່ວມມືເຕັກນິກ ຝຣັ່ງ (EF), ອົງການຮ່ວມມືພັດທະນາເຢຍລະມັນ (GIZ), ຜັນຂະຫຍາຍໂຄງການ “ຄວາມນຶກຄິດຄືນໃໝ່ກ່ຽວກັບຢາງປຼາດສະຕິກ - ມາດຕະການເສດຖະກິດໝູນວຽນໃຫ້ຢາງປຼາດສະຕິກເສດເຫຼືອຢູ່ທະເລ”. ໃນຂອບເຂດຂອງໂຄງການ, ອີຢູ ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ແນໃສ່ສະກັດກັ້ນການປ່ອຍຂີ້ຢາງປຼາດສະຕິກເສດເຫຼືອລົງມະຫາສະໝຸດ ແລະ ແບ່ງປັນບົດຮຽນຂອງບັນດາປະເທດໃນພາກພື້ຶ້ນເອີຣົບ ຄືຂໍ້ຕົກລົງຂຽວ ແລະ ຍຸດທະຍາດຢາງປຼາດສະຕິກຂອງສະຫະພາບ ເອີຣົບ.

        ຕາມທ່ານ ຟ້າມຝູບີງ ຫົວໜ້າກົມຮ່ວມມືສາກົນ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ແລ້ວ, ລັດຖະບານ ຫວຽດນາມ ເວົ້າລວມ ແລະ ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມເວົ້າສະເພາະ ໃຫ້ຄຳໝັ້ນສັນຍາ ຍາມໃດກໍ່ເອົາໃຈໃສ່ຊອກຫາບັນດາມາດຕະການຢ່າງຮີບເຮັ່ງ ແລະ ໄລຍະຍາວ ເພື່ອຫລຸດຜ່ອນມົນລະພິດຈາກຢາງປຼາດສະຕິກ ແລະ ຊຸກຍູ້ພັດທະນາພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ