ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດ ອາຊີຕາເວັນອອກ

ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາປະເທດ ອາຊີຕາເວັນອອກ - ảnh 1
ພາບປະກອບ

 (vovworld) - ​ໃນ​ວັນ​ທີ 16/4, ຄະນະ​ເລຂາ ອາ​ຊຽນ ​ໃຫ້​ຮູ້​ວ່າ: ​​ໄລຍະ​ຜ່ານ​ມາ, ຢູ່ນະ​ຄອນ​ຫຼວງ ​ເຊີ​ອູ​ນ ​ແຫ່ງ​ປະ​ເທດ ສ ​ເກົາຫຼີ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ການ​ນຳ​ບັນດາ ສູນ ອາ​ຊຽນ - ສ​ ​ເກົາຫຼີ, ອາ​ຊຽນ - ຍີ່ປຸ່ນ ​ແລະ ອາ​ຊຽນ - ຈີນ ​ເພື່ອ​ແນ​ໃສ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​​ໃນພາກ​ພື້ນ ອາຊີ ຕາ​ເວັນ​ອອກ. ທີ່​ກອງ​ປະຊຸມ, ບັນດາ​ການ​ນຳ​ໄດ​້ປຶກສາ​ຫາລື ກ່ຽວ​ກັບ​ຂົງ​ເຂດ​ຕ່າງໆ ທີ່​ສາມາ​ດສົມທົບ​ກັນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ໜູນ​ຊ່ວຍ​ໃຫ້ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ 3 ປະ​ເທດ​ຄູ່​ເຈລະຈາ​ຢູ່​ພາກ​ພື້ນ ອາຊີ ຕາ​ເວັນ​ອອກ, ​ແລກປ່ຽນ ກ່ຽວ​ກັບ​ວິທີ ​ແລະ ມາດ​ຕະການ​ເພ່ື່ອ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ ອາ​ຊຽນ +3, ຜ່ານ​ນັ້ນ ​ເປີດ​ທິດ​ທາງ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພ້ອມ​ທັງ​ພິຈາລະນາ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ອະນາຄົດ​ລະຫວ່າງ 3 ສູນ. ບັນດາ​ຝ່າຍ​ກໍ່​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ສົ່ງ​ເສີມ​ບັນດາ​ໂຄງການ​ປະຕິບັດ​ງານ​ຮ່ວມ, ​ແລກປ່ຽນ​ຊັບພະຍາກອນມະນຸດ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ປະຕິບັດ​ຕົວ​ຈິງ, ​ໃນ​ນັ້ນ​ມີ​ບັນຫາ​ສ້າງ​ລະບອບ​ການ​ຮ່ວມ​ມື​ລະຫວ່າງ 3 ອົງການ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ກັບ ອາ​ຊຽນ, ປະກອບສ່ວນ​ປະຕິບັດ​ວິ​ໄສ​ທັດ​ໄລຍະ​ຍາວ​ຂອງ​ບັນດາ​ການ​ນຳ ອາ​ຊຽນ +3 ​ໃນ​ປະຊາ​ຄົມ ອາຊີ ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ