ເພີ່ມທະວີການຮ່ວມມືລະຫວ່າງ3ແຂວງຂອງ3ປະເທດຫວຽດນາມ,ລາວແລະໄທ

ເພີ່ມທະວີການຮ່ວມມືລະຫວ່າງ3ແຂວງຂອງ3ປະເທດຫວຽດນາມ,ລາວແລະໄທ - ảnh 1
​ກອງ​ປະຊຸມ​ຮ່ວມ​ມື​ດ້ານການທ່ອງທ່ຽວ,
ການ​ຄ້າ, ການ​ລົງທຶນ ​ແລະ ສື່​ມວນ​ຊົນ
(ພາບ: TTXVN)

(vovworld) – ວັນ​ທີ 12/11, ຢູ່​ນະຄອນ ດົງ​ຮ່າ, ​ແຂວງ ກວາງ​ຈີ້ ດຳ​ເນີນ​ກອງ​ປະຊຸມ​ຮ່ວມ​ມື​ດ້ານການທ່ອງທ່ຽວ, ການ​ຄ້າ, ການ​ລົງທຶນ ​ແລະ ສື່​ມວນ​ຊົນ ລະຫວ່າງ 3 ​ແຂວງ ກວາງ​ຈີ້ (ຫວຽດນາມ), ມຸກດາ​ຫານ (​ໄທ) ​ແລະ ສະຫວັນ​ນະ​ເຂດ (ລາວ). ກອງ​ປະຊຸມ​ສຸມ​ໃສ່​ຕີ​ລາຄາກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​​ຮ່ວມ​ມື ດ້ານການທ່ອງທ່ຽວ, ການ​ຄ້າ, ການ​ລົງທຶນ ​ແລະ ສື່​ສານລະຫວ່າງ 3 ​ແຂວງຂອງ 3 ປະ​ເທດ ຫວຽດນາມ, ລາວ ​​ແລະ ​ໄທ ​ໃນ​ປີ 2014. ພ້ອມ​ກັນ​ນັ້ນ ກໍ​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ນັ້ນ​ແລ້ວ 3 ​ແຂວງ ກວາງ​ຈີ້ ຂອງ ຫວຽດນາມ, ມຸກດາ​ຫານ ຂອງ ​ໄທ ​ແລະ ສະຫວັນ​ນະ​ເຂດ ຂອງ ລາວ ​ເຫັນດີ​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ການ​ເຂົ້າ​ອອກ​ເມືອງ, ການ​ຂົນ​ສົ່ງຄົນ ​ແລະ ສິນຄ້າ​ຜ່ານ​ຊາຍ​ແດນ​ລະຫວ່າງ​ບັນດາ​ປະ​ເທດ​ເຂດ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກ້ວາງ, ຫລຸດ​ຜ່ອນ​ລະບຽບ​ການ​ບໍລິຫານ​ໃຫ້​ກະທັດ​ລັດ ​ແລະ ຍົກສູງ​ຄຸນ​ນະພາ​ບບັນດາ​ການ​ບໍລິ​ການຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ, ​ເປີດ​ກ້ວາງສາຍ​ການບິນ​ການ​ດ້ານຄ້າ​ສາກົນ ບາງ​ກອກ - ສະຫວັນ​ນະ​ເຂດ - ​ເຫວ້.

ຂ່າວ/ບົດ​ອື່ນ