ເພີ່ມທະວີການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ກົມໃຫຍ່ການເມືອງກອງທັບກຳລັງປະກອບອາວຸດລັດເຊຍ

(VOVWORLD) -ທີ່ການໂອ້ລົມ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ຮັກສາບັນດາການພົບປະລະຫວ່າງການນຳຂອງ 2 ກົມໃຫຍ່; ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດທີ່ໄດ້ກຳນົດໃນບົດບັນທຶກຊ່ວຍຈຳທີ່ໄດ້ຮັບການລົງນາມແລ້ວ
ເພີ່ມທະວີການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະ ກົມໃຫຍ່ການເມືອງກອງທັບກຳລັງປະກອບອາວຸດລັດເຊຍ - ảnh 1ທີ່ການໂອ້ລົມສົນທະນາ
(ພາບ: qdnd.vn)

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ ທ່ານພົນເອກ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ, ໄດ້ມີການໂອ້ລົມທາງໂທລະສັບກັບທ່ານພົນໂທ Andrey Kartapolov, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບກຳລັງປະກອບອາວຸດສະຫະພັນລັດເຊຍ.

        ທີ່ການໂອ້ລົມ, 2 ຝ່າຍໄດ້ເປັນເອກະພາບສືບຕໍ່ຮັກສາບັນດາການພົບປະລະຫວ່າງການນຳຂອງ 2 ກົມໃຫຍ່; ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດທີ່ໄດ້ກຳນົດໃນບົດບັນທຶກຊ່ວຍຈຳທີ່ໄດ້ຮັບການລົງນາມແລ້ວ, ກໍຄືບັນດາເນື້ອໃນບຸລິມະສິດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ສະໜັບສະໜູນເຊິ່ງກັນແລະກັນໃນບັນດາການເຄື່ອນໄຫວສາກົນ; ຊຸກຍູ້ການຮ່ວມມືໃນຂົງເຂດປະຫວັດສາດດ້ານການທະຫານ…

        2 ຝ່າຍໄດ້ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສດ້ານການທະຫານ, ປ້ອງກັນຊາດຫຼາຍຝ່າຍໃນຂອບເຂດອາຊຽນ ແລະ ໂດຍອາຊຽນ ສວມບົດບາດໃຈກາງ, ພິເສດແມ່ນກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+), ກໍຄືບັນດາການເຄື່ອນໄຫວໃນກຸ່ມບັນດານັກຊ່ຽວຊານຂອງ ADMM+ ເພື່ອແນໃສ່ສືບຕໍ່ປະກອບສ່ວນໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ