ເພີ່ມທະວີການຮ່ວມມືລະຫວ່າງກອງທັບ2ປະເທດຫວຽດນາມແລະກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງກອງທັບ2ປະເທດຫວຽດນາມແລະກຳປູເຈຍ - ảnh 1
ທ່ານພົນ​ເອກ ​ຟຸ່ງກວາງ​ແທງ ຕ້ອນຮັບ​ ​ພົນ​ເອກ Neang Phat
(ພາບ: VTC)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພົນ​ໂທ ​ໂງ​ຊວນ​ລິກ, ຫົວ​ໜ້າ​ກົມ​​ໃຫຍ່ການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງກະຊວງ​ປ້ອງ​ກັນ​ປະ​ເທດ​ກຳປູ​ເຈຍ ໂດຍ​ພົນ​ເອກ ​Neang Phat, ລັດຖະມົນ​ຕີ​ຮັບຜິ​ດຊອບ​ວຽກ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ​ແຫ່ງ​ລາຊະ​ອານາ​ຈັກ​ກຳປູ​ເຈ​ຍ ນຳ​ໜ້າ ​ໄດ້​ມາຢ້ຽມຢາມ​ມິດຕະພາບ​ຫວຽດນາມ ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 13 – 17/09. ຕອນ​ເຊົ້າ​ວັນ​ທີ 14/09, ພົນ​ໂທ ​ໂງ​ຊວນ​ລິກ, ​ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ເຈ​ລະ​ຈາ​ກັບ​ພົນ​ເອກ Neang Phat, ລັດຖະມົນ​ຕີ​ຮັບຜິດຊອບ​ວຽງານ​ກະຊວງ​ປ້ອງ​ກັນ​ປະ​ເທ​ດ​ແຫ່ງ​ລາຊະ​ອານາ​ຈັກ​ກຳປູ​ເຈ​ຍ. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບສະພາບ​ການ​ໃນ​ໂລກ ​ແລະ ພາກ​ພື້ນ; ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ ​ແລະ ບັນດາ​ບັນຫາ​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມສົນ​ໃຈ. 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບທິດ​ທາງ​ຮ່ວມ​ມື​ໃນ 6 ​ເດືອນ​ທ້າຍ​ປີ 2015 ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ ​ພົນ​ເອກ Neang Phat ​ເຂົ້າ​ຢ້ຽມ​ຂໍ່ານັບ, ທ່ານພົນ​ເອກ ​ຟຸ່ງກວາງ​ແທງ, ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຢືນຢັນ​ວ່າ, ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້ ​ໄດ້​ເຮັດ​ໃຫ້ການ​ພົວພັນ​ລະ​ຫວ່າງ​ກອງ​ທັບ 2 ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕ່ືມ ຕາມ​ທິດ​ມິດຕະພາບ​ເປັນ​ມູນ​ເຊື້ອ, ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ.

ຂ່າວ/ບົດ​ອື່ນ