ເພີ່ມທະວີການຮ່ວມມືລະຫວ່າງກອງທັບຫວຽດນາມແລະກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງກອງທັບຫວຽດນາມແລະກຳປູເຈຍ - ảnh 1
ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ກິດ​ຈະ​ກຳ
(ພາບ: infonet.vn)

(vovworld) – ​ ​ວັນ​ທ​ີ 23/2, ຢູ່​ແຂວງ Kampong Chhang, ​ທະ​ຫານເຂດ​ພິ​ເສດ​ຂອງ ກຳ​ປູ​ເຈຍ ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ກິດ​ຈະ​ກຳ​ສຳ​ນັກ​ງານ​ບັນ​ຊາ ແລະ ຄ້າຍ​ທະ​ຫານ ໂຮງ​ຮຽນ​ຝຶກ​ຊ້ອມ​ທະ​ຫານ​. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກ​ິດ​ຈະ​ກຳ​ໂດຍ​ທະ​ຫານ​ເຂດ 7 ຂອງ ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ມອບ​ໃຫ້​ທະ​ຫານ​ເຂດ​ພິ​ເສດ​ຂອງກອ​ງ​ທັບ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ໃນ​ຂອບ​ເຂດ​ຂໍ້​ຕົກ​ລົງ​ຮ່ວມ​ມື​ປະ​ຈຳ​ປີ​ລະ​ຫວ່າງ 2 ​ກົມ​ກອງ. ກ່າວ​ຄຳ​ເຫັນ​ນ​ະ​ທີ່ນີ້, ພົນ​ເອກ Prum Din, ຮອງ​ຜູ້​ບັນ​ຊາ​ການ​ທະ​ຫານ​ບົກ, ຜູ້​ບັນ​ຊາ​ການ​ທະ​ຫານ​ເຂດ​ພິ​ເສດ ກອ​ງ​ທັບ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ, ຢັ້ງ​ຢືນ​ກິດ​ຈະ​ກຳ​ນີ້​ເໝາະ​ສົມ​ກັບ​ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ທະ​ຫານ​ເຂດພິ​ເສດ​ຂອງ ກຳ​ປູ​ເຈຍ ແລະ ທະ​ຫານ​ເຂດ 7 ຂອງ ຫວຽດ​ນາມ, ກໍ່​ຄື​ການ​ພົວ​ພັນ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊຶ້ອ​ລະ​ຫວ່າງກອ​ງ​ທັບ​ປະ​ຊາ​ຊົນ 2 ປະ​ເທດ. ການ​ຊ່ວຍ​ເຫຼືອ​ຂອງ ຫວຽດ​ນາມ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ໃຫ້​ກອງ​ທັບ ກຳ​ປູ​ເຈຍ ຕອບ​ສະ​ໜອງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​ນັບ​ມື້​ນັບ​ສູງ​ໃນ​ການ​ຝຶກ​ຊ້ອມ ກຽມ​ພ້ອມ​ສູ້​ຮົບເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

 


ຂ່າວ/ບົດ​ອື່ນ