ເພີ່ມທະວີການຮ່ວມມືລະຫວ່າງຂະແໜງກວດກາແຫ່ງລັດຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືລະຫວ່າງຂະແໜງກວດກາແຫ່ງລັດຫວຽດນາມ ແລະ ລາວ - ảnh 1
ທ່ານ​ຫງວຽນ​ດຶກແຮ້ງ

(ພາບ: thanhtra.com.vn)

(vovworld)- ຕອນ​ເຊົ້າວັນ​ທີ 3/6, ຢູ່ຮ່າ​ໂນ້ຍ, ທ່ານ​ຫງວຽນ​ດຶກແຮ້ງ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຄຳ​ສຸກ ບຸນ​ຍະ​ວົງ ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ລາວ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ. ທ່ານຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ ຫງວຽນ​ດຶກແຮ້ງ ຕີ​ລາຄາ​ສູງ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ອົງການ​ກວດກາລັດຖະບານຫວຽດນາມ ​ແລະ ລາວ. ສ່ວນ​ທ່ານຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານລາວ ​ຄຳ​ສຸກ ບຸນ​ຍະ​ວົງ ປາດ​ຖໜາ​ວ່າ​ຈະ​ສືບ​ຕໍ່​ໄດ້ຣັບການ​ໜູນ​ຊ່ວຍ​ຈາກ​ອົງການ​ກວດກາ​ລັດຖະບານ​ຫວຽດນາມ. ສອງ​ຝ່າຍ​ເຫັນດີ​ເປັນ​​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ບຳລຸງ​ສ້າງ​ພະນັກງານ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ເອກະສານ.

   ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ-​ລາວ, ໜັງສືພິມ​ປະ​ເທດ​ລາວ, ລາວ​ພັດທະນາ ສະບັບ​ອອກ​ວັນ​ທີ 3/6 ​ໄດ້​ລົງ​ພິມ​ບົດ​ຂຽນ, ຮູບພາບຕີ​ລາຄາ​ປະສິດທິ​ຜົນ​ແຫ່ງ​ການ​ເຄື​ອ່ນ​ໄຫວ​ຂອງ​ກຸ່ມບໍລິສັດ​ຢາງພາລາ​ຫວຽດນາມ​ ໃນ​ວິວັດ​ການ​ລົງທຶນ​ຢູ່​ລາວ. ຕາມ​ບັນດາ​ໜັງສືພິມ​ແລ້ວ​, ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ເຂົ້າລາວ ບໍ່​ພຽງ​ແຕ່​ເພື່ອ​ເຮັດ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊ່ວຍ​ທ້ອງ​ຖິ່ນ​ຕ່າງໆ​ພັດທະນາ, ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວວາ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ເຂດ​ມີ​ໂຄງການ.

ຂ່າວ/ບົດ​ອື່ນ