ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນ Brest (ຝຣັ່ງ)

ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນ Brest (ຝຣັ່ງ) - ảnh 1
ນະຄອນ ໂຮ່ຈີມິນ
(ພາບປະກອບ: Hoàng Tuấn/Vietnam+)

(vovworld) - ຕອນ​ບ່າຍ​ວັນ​ທີ 17/6, ປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ທ່ານ ​ເລ​ຮ່ວາງກວນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Francois Cuillandre, ​ເຈົ້າ​ຄອງ​ນະ​ຄອນ Brest, ສ ຝຣັ່ງ ພວມ​ມີ​ການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່​ນະຄອນ. ທ່ານ ​ເລ​ຮ່ວາງ​ກວນ ​ໃຫ້​ຮູ້​ວ່າ: ​ໃນ​ຊຸ​ມປີຜ່ານມາ, ບັນດາ​ການ​ເຄື່ອນ​ໄຫວ​ລົງທຶນ​ການ​ຄ້າ, ​ພົວພັນແລກປ່ຽນວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ ລະຫວ່າງ ນະຄອນ ​ໂຮ່ຈີ​ມິນ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ ຝຣັ່ງ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ມີ​ປະສິດທິ​ຜົນ. ປະຈຸ​ບັນ, ມີ​ຫ້ອງການ​ຕາງ​ໜ້າ​ຂອງ​ບັນດາ​ວິ​ສາ​ຫະກິດ ຝຣັ່ງ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ປະມານ 65 ​ແຫ່ງ. ບັນດາ​ວິ​ສາ​ຫະກິດ ຝຣັ່ງ ກໍ່​ລົງທຶນ​ເຂົ້າ​ນະ​ຄອນ 152 ​ໂຄງການ​ດ້ວຍ​ຍອດ​ເງິນ​ລົງທຶນ​ປະມານ 750 ລ້ານ USD. ທ່ານປະທານ​ຄະນະ​ກຳມະການ​ປະຊາຊົນ ນະຄອນ ​ໂຮ່ຈີ​ມິນ ​ເລ​ຮ່ວາງກວນ ສະ​ແດງ​ຄວາມ​ຫວັງ​ວ່າ​ຈະ​ຮັບ​ການ​​ແບ່ງປັນ, ຮ່ວມ​ມື​ຈາກ​ນະຄອນ ​Brest ​ໃນ​ການ​ພັດທະນາ​ຕົວ​ເມືອງ, ທ່າ​ກຳ​ປັ່ນ.​.​.​ ກໍ່​ຄື​ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ຂອງ​ນະຄອນ Brest ​ແລະ ສ ຝຣັ່ງ ລົງທຶນ​ເຂົ້າ​ນະ​ຄອນ, ພິ​ເສດ​ແມ່ນ​ເຂດ​ຕົວ​ເມືອງ​ທ່າ​ກຳ​ປັ່ນ ຮຽບ​ເຟືອ​ກ ​ເຊິ່ງ​ແມ່ນ​ໂຄງການ​ພວມ​ຜັນ​ຂະຫຍາຍປະຕິບັດ.

ຂ່າວ/ບົດ​ອື່ນ