ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາຄູ່ຮ່ວມມື ອາເມລິກາ

(VOVWORLD) - ນະຄອນ ຫວັງວ່າ, ກະຊວງການຕ່າງປະເທດ ອາເມລິກາ ຈະໃຫ້ຄວາມສົນໃຈ, ແນະນຳບັນດາວິສາຫະກິດ ອາເມລິກາ ມາຊອກຮູ້ຕະຫຼາດລົງທຶນຢູ່ນະຄອນ,
ເພີ່ມທະວີການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ບັນດາຄູ່ຮ່ວມມື ອາເມລິກາ - ảnh 1ທ່ານນາງ Melissa Brown ແລະ ທ່ານນາງ ຫງວຽນທິເລະ
(ພາບ:Xuân Khu/TTXVN)

ຕອນບ່າຍວັນທີ 8 ມີນາ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Melissa Brown, ຮອງຜູ້ຊ່ວຍວຽກລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ, ຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ທີ່ພວມຢ້ຽມຢາມ ນະຄອນໂຮ່ຈີມິນ, ທ່ານນາງ ຫງວຽນທິເລະ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ນະຄອນ ຫວັງວ່າ, ກະຊວງການຕ່າງປະເທດ ອາເມລິກາ ຈະໃຫ້ຄວາມສົນໃຈ, ແນະນຳບັນດາວິສາຫະກິດ ອາເມລິກາ ມາຊອກຮູ້ຕະຫຼາດລົງທຶນຢູ່ນະຄອນ, ໃນບັນດາຂົງເຂດນະຄອນ ທີ່ໄດ້ບຸລິມະສິດພັດທະນາ ແລະ ອາເມລິກາ ມີຄວາມສາມາດບົ່ມຊ້ອນຄື: ການກໍ່ສ້າງຕົວເມືອງອັດສະລິຍະ, ຫັນເປັນດີຈີຕອນ, ການປ່ຽນໃໝ່ປະດິດຄິດສ້າງ, ສິ່ງແວດລ້ອມ…

        ສ່ວນທ່ານນາງ Melissa Brown ຢັ້ງຢືນຄວາມປາດຖະໜາ: ຢາກພັດທະນາການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ຕາມທິດມີປະສິດທິຜົນ ແລະ ແທດຈິງທີ່ສຸດ; ພິເສດໃນປີ 2023, ເມື່ອສອງປະເທດໄດ້ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ. ທ່ານນາງ Melissa Brown ຢັ້ງຢືນວ່າ: ກະຊວງການຕ່າງປະເທດ ອາເມລິກາ ຍາມໃດກໍ່ສະໜັບສະໜູນ ແລະ ປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ບັນດາການເຄື່ອນໄຫວແລກປ່ຽນຄະນະ, ພົບປະແລກປ່ຽນປະຊາຊົນເພື່ອປະກອບສ່ວນພັດທະນາການພົວພັນສອງຝ່າຍລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ