ເພີ່ມທະວີການຮ່ວມມືລະຫວ່າງນະຄອນຫລວງຮ່າໂນ້ຍແລະນະຄອນກລວງບັກກີງ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນຫລວງຮ່າໂນ້ຍແລະນະຄອນກລວງບັກກີງ - ảnh 1
ທ່ານ ຫງວຽນ​ດຶກ​ຈູງ ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ
​ເຈົ້າ​ຄອງນະຄອນ ບັກ​ກີ​ງ ທ່ານ ວ໋າງອານ​ສວນ

(vovworld) - ​ໃນ​ການ​ປະຕິບັດ​ງານຕິດຕາມ​ທ່ານ​ນາຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຢ້ຽມຢາມ ຈີນ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 10/09 – 15/09/2016, ທ່ານ ຫງວຽນ​ດຶກ​ຈູງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນກລວງ ຮ່າ​ໂນ້ຍ ມີ​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ເຈົ້າ​ຄອງນະຄອນ ບັກ​ກີ​ງ ທ່ານ ວ໋າງອານ​ສວນ ​ໃນ​ວັນ​ທີ 13/09. ທີ່​ການ​ເຮັດ​ວຽກ, ການ​ນຳ 2 ນະຄອນ​ສະ​ແດງ​ຄວາມ​ປິ​ຕິ​ຊົມ ​ຊື່ນ​ຕໍ່​ບັນດາ​ຜົນງານ ​ແລະ ບາດກ້າວ​ອັນ​ດີງາມ​ໃນ​ການ​ພົວພັນ​ມິດຕະພາບ​ການຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ນະຄອນຫລວງ ​ໃນ​ກ່ວາ 2 ທົດ​ສະ​ວັດ​ຜ່ານ​ມາ ​ແລະ ຢືນຢັນ​ວ່າ ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ເປັນ​ປ​ະຈຳ ມີ​ຄວາມ​ໝາຍ​ສຳຄັນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື ຮ່າ​ໂນ້ຍ - ບັກ​ກີງ, ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ. 2 ​ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ ​ໃນ​​ໄລຍະ​ຈະ​ມາ​ເຖິງ, ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ບັກ​ກີ​ງ ຈະ​ສືບ​ຕໍ່​ຮັກສາ​ບັນດາ​ການ​ເຄື່ອນ​ໄຫວ​ແລ​ກປ່ຽນ​ຄະນະ​ຜູ້​ແທນ​ການ​ນຳ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ​ແຕ່ລະ​ຝ່າຍ​ຈະ​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ມີ​ຄວາມ​ຮັບຜິດຊອບ​ ຫັນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ເປັນ​ລະອຽດ, ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ການ​ນຳ 2 ນະຄອນ​ເຊັນ​ເອກະສານ ນຳ​ການຮ່ວມ​ມື​ລະຫວ່າງ 2 ນະຄອນຫລວງ​ຂຶ້ນ​ສູ່ລະດັບ​ສູງ​ໃໝ່.

 

 

ຂ່າວ/ບົດ​ອື່ນ