ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນກັບບັນດາທ້ອງຖິ່ນຂອງສະຫະພັນລັດເຊຍ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນກັບບັນດາທ້ອງຖິ່ນຂອງສະຫະພັນລັດເຊຍ - ảnh 1
ທ່ານ ເລ​ຮ່​ວາງກວ​ນ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Dmitry Medvedev
(ພາບ: Tuổi trẻ)

(vovworld) –  ​ໂດຍ​ສືບ​ຕໍ່​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ຫະ​ພັນ​ລັດ​ເຊຍ ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Dmitry Medvedev ນຳ​ໜ້າ, ວັນ​ທີ 7/4, ຄະ​ນະໄດ້​ໄປ​ຮອດ​ນະ​ຄອນ ໂຮ່​ຈີ​ມິນ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 7/4, ທ່ານ ເລ​ຮ່​ວາງກວ​ນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ນະ​ຄອນ ໂຮ່​ຈີ​ມິນ, ເນັ້ນ​ໜັກ​ວ່າ: ນະ​ຄອນ ໂຮ່​ຈີ​ມິນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ພ້ອມ​ກັບ​ປະ​ຊາ​ຊົນ ຫວຽດ​ນາມ, ເພີ່ມ​ພູນ​ຄຸນ​ສ້າງ​ນ້ຳ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ ການ​ຮ່ວມ​ມື​ພັດ​ທະ​ນາ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ. ແບ່ງ​ປັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ, ຄູ່​ຮ່ວມ​ມື​ກັບ​ສະ​ຫະ​ພັນ​ລັດ​ເຊຍ, ທ່ານ ເລ​ຮ່​ວາງກວນ ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ, ນະ​ຄອນ ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລັດ​ເຊຍ ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ທີ່​ສຸດ, ໃນ​ນັ້ນ​ກະ​ກຽມ​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ ມົດ​ສ​ກູ ແລະ ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 10 ປີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນ ກັບ​ນະ​ຄອນ Saint Peterburg. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ວົງ​ເງິນ​ການ​ຄ້າ​ລະ​ຫວ່າງນະ​ຄອນ ໂຮ່​ຈີ​ມິນ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ​ລັດ​ເຊຍ ໃນ​ປີ 2014 ບັນ​ລຸ 300 ລ້ານ USD.

        ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ຫະ​ພັນ ລັ​ດ​ເຊຍ Dmitry Medvedev ຕີ​ລາ​ຄາ​ສູງ​ ເລື່ອ​ງ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດ​າ​ທ້ອງ​ຖິ່ນ​ຂອງ​ສະ​ຫະ​ພັນ ລັດ​ເຊຍ ແລະ ນະ​ຄອນ ໂຮ່​ຈີ​ມິນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Dmitry Medvedev ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ, ພ້ອມ​ທັງ​ເຊື້ອ​ເຊີນ​ບັນ​ດາ​ບໍ​ລິ​ສັດ​ຂອງ​ນະ​ຄອນ ໂຮ່​ຈີ​ມິນ ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ໃນ​ເຂດ​ດິນ​ແດນ ສະ​ຫ​ະ​ພັນ​ລັ​ດ​ເຊຍ, ພິ​ເສດ​ແມ່ນ​ເຂດ​ຕາ​ເວັນ​ອອກ​ໄກ, ບ່ອນມ​ີ​ບັນ​ດາ​ກຸ່ມ​​ບໍ​ລິ​ສັດອຸດ​ສາ​ຫະ​ກຳ​ເບົາ​ໃນ​ຂົງ​ເຂດ​ຕຳ​່​ແຜ່ນ​ຕັດ​ຫຍິບ, ປຸງ​ແຕ່ງ​ສິນ​ໃນ​ນ້ຳ, ຝ່​ຸນ​ເຄ​ມີ.


ຕອບກັບ

ຂ່າວ/ບົດ​ອື່ນ