ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນແລະພະນົມເປັນ

ເພີ່ມທະວີການຮ່ວມມືລະຫວ່າງນະຄອນໂຮ່ຈີມິນແລະພະນົມເປັນ - ảnh 1
​ທ່ານ ດິງ​ລາ​ທັງ​ ພົບ​ປະ​ເຈ​ລະ​ຈາ ກັບ​ ທ່ານ ​Pa Socheatvong

(vovworld) –​ ​ໃນ​ຕອນ​ບ່າຍ ວັນ​ທີ 1/6, ​ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ ແລະ​ ຄະ​ນະ​ຜູ​້ແທນນະ​ຄອນ​ໂຮ່​ຈີ​ມິນ ​ໄດ້ໄປນະ​ຄອນຫຼວງ​ພະ​ນົມ​ເປັນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ, ເຮັດ​ວຽກ ຢູ່​ກຳ​ປູ​ເຈຍ ລະ​ຫວ່າງ ວັນ​ທີ 1 ແລະ 2/6. ເຂົ້າຢ້ຽມ​ຄຳ​ນັບ ​ທ່ານ Say Chum, ຫົວ​ໜ້າ​ຄະ​ນະ​ ​ປະ​ຈຳ​ການ​ຄະ​ນະ​ປະ​ຈຳ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ, ທ່ານ ດິງ​ລາ​ທັງ, ເລຂາ​ຄະ​ນະ​ພັກ​ນະ​ຄ​ອນ ໃຫ້​ຮູ້​ວ່າ: ການ​ຢ້ຽມ​ຢາມ ແນ​ໃສ່​ຢັ້ງ​ຢືນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ເຈດ​ຕະ​ນາ​ດີ ຂອງນະ​ຄອນ​ໂຮ່​ຈີ​ມິນ  ໃນ​ການ​ເພີ່ມ​ທະ​ວີ ແລະ ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ ຂອງ​ກຳ​ປູ​ເຈຍ​​ກ່​ວາ​ອີກ. ທ່ານ ດິງ​ລາ​ທັງ, ເລຂາ​ຄະ​ນະ​ພັກ​ນະ​ຄ​ອນ ສະ​ແດງຄວາມ​ປາດ​ຖະ​ໜາ ປະ​ທານ​ສະ​ພາ​ສູງ​ກຳ​ປູ​ເຈຍ ສ້າງ​ເງື່ອນ​ໄຂ ເພື່ອໃຫ້​ບັນດາ​ວິ​ສາ​ຫະ​ກິດ ນະ​ຄອນ​ໂຮ່​ຈີ​ມິນ ​ເວົ້າ​ສະ​ເພາະ, ຫວຽດ​ນາມ​ເວົ້າ​ລວມ​ ລົງ​ທຶນ ​ຢູ່​ກຳ​ປູ​ເຈຍ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທີ່​ການ​ພົບ​ປະ​ເຈ​ລະ​ຈາ ກັບ​ ທ່ານ ​Pa Socheatvong, ເຈົ້າ​ຄອງ​ນະ​ຄອນຫຼວງ​ພະ​ນົມ​ເປັນ, ທ່ານ ດິງ​ລາ​ທັງ, ເລຂາ​ຄະ​ນະ​ພັກ​ນະ​ຄ​ອນ ໃຫ້​ຮູ້​ວ່າ: ນະ​ຄອນ​ໂຮ່​ຈີ​ມິນ ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ຄົມ​ມະ​ນາ​ຄົມ ກັບ​ນະ​ຄອນຫຼວງ​ພະ​ນົມ​ເປັນ, ພ້ອມ​ກັນ​ນັ້ນ, ​ແມ່ນປັບ​ປຸງ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ລະ​ດົມ​ບັນ​ດາວິ​ສາ​ຫະ​ກິດ ເພີ່ມ​ທະ​ວີ​ການລົງທຶນ ຢູ່​ກຳ​ປູ​ເຈຍ ກໍ່ຄື​ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ກຳ​ປູ​ເຈຍ​ ​ເຂົ້າ​ມາ​ລົງ​ທຶນ, ທຳ​ມາ​ຫາ​ກິນ ຢູ່ນະ​ຄອນ​ໂຮ່​ຈີ​ມິນ . ທ່ານ ດິງ​ລາ​ທັງ, ເລຂາ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈີ​ມິນ ປາດ​ຖະ​ໜາ​ວ່າ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນຫຼວງ​ພະ​ນົມ​ເປັນ ເວົ້າ​ສະ​ເພາະ ແລະ ກຳ​ປູ​ເຈຍ​ເວົ້າ​ລວມ ສືບ​ຕໍ່​​ເອົາ​ໃຈໃສ່​ໜູນ​ຊ່ວຍ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ​ທີ່ລົງ​ທຶນ ຢູ່​ກຳ​ປູ​ເຈຍ; ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຫວຽດ​ນາມ ​ທີ່ອາ​ໄສ ແລະ ທຳ​ມາ​ຫາ​ກິນ​ມີ​ສະ​ຖຽນ​ລະ​ພາບ, ສະ​ດວກ ຕາມ​ກົດ​ໝາຍ​ຂອງ​ກຳ​ປູ​ເຈຍ.

 

ຂ່າວ/ບົດ​ອື່ນ