ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງນະ​ຄອນ​ໂຮ່​ຈີ​ມິນແລະລັດ Saxony-Anhalt (ປະ​ເທດເຢຍ​ລະ​ມັນ)

(VOVWORLD) -ຕອນຄ່ຳວັນທີ 21 ພະຈິກ, ທ່ານເລແທັງລຽມຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນໄດ້ໃຫ້ການຕ້ອນຮັບທ່ານ Armin Willingmann, ລັດຖະມົນຕີກະຊວງເສດຖະກິດ, ວິທະຍາສາດແລະການຫັນເປັນດີຈີຕອນລັດ Saxony-Anhalt, ປະເທດເຢຍລະມັນທີ່ພວມຢ້ຽມຢາມແລະເຮັດວຽກຢູ່ ຫວຽດນາມ.

        ທ່ານເລແທັງລຽມໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນໄດ້ສ້າງສາຍພົວພັນການຮ່ວມມືກັບນະຄອນ Leipzig ແລະຫວ່າງມໍ່ໆມານີ້ ກໍ່ໄດ້ມີການລົງນາມສ້າງສາຍພົວພັນການຮ່ວມກັບ Frankfurt ໃນເດືອນພຶດສະພາ 2019. ນີ້ແມ່ນພື້ນຖານເພື່ອຊຸກຍູ້ການຮ່ວມມືລະຫວ່າງນະຄອນໂຮ່ຈີມິນກັບບັນດາທ້ອງຖິ່ນຂອງເຢຍລະມັນໃນໄລຍະຈະມາເຖິງ, ເປັນຕົ້ນແມ່ນເມື່ອລັດSaxony-Anhaltກໍ່ຄືນະຄອນໂຮ່ຈີມິນ ລວ້ນແລ້ວແຕ່ເປັນສູນກາງເສດຖະກິດທີ່ສຳຄັນຂອງ ຫວຽດນາມແລະເຢຍລະມັນ. ຄຽງຄູ່ກັນນັ້ນ, ສັນຍາການຄ້າເສລີລະຫວ່າງຫວຽດນາມແລະສະຫະພາບເອີລົບ (EU) ທີ່ຈະມີຜົນສັກສິດໃນອະນາຄົດນັ້ນຈະປະກອບສ່ວນເຂົ້າໃນການເພີ່ມທະວີດ້ານການຄ້າແລະການລົງທຶນລະຫວ່າງສອງຝ່າຍ.

ທ່ານລັດຖະມົນຕີເສດຖະກິດ, ວິທະຍາສາດແລະການຫັນເປັນດີຈີຕອນລັດ Saxony-Anhalt ໃຫ້ຮູ້ວ່າ: ເຖິງວ່າພົນລະເມືອງມີປະມານ 2 ລ້ານຄົນກໍ່ຕາມ, ແຕ່ລັດ Saxony-Anhaltກໍ່ມີວິສາຫະກິດຫຼາຍແຫ່ງທີ່ປະສົບຜົນສຳເລັດ, ເປັນຕົ້ນແມ່ນໃນຂົງເຂດອຸດສາຫະກຳ, ອຸດສາຫະກຳນ້ອຍຫັດຖະກຳ. ພິເສດ, ບັນດາວິສາຫະກິດດັ່ງກ່າວມີຄວາມສົນໃຈຕໍ່ການເຄື່ອນໄຫວຮ່ວມມືລົງທຶນຢູ່ ຫວຽດນາມທີ່ສຸດ, ໃນນັ້ນ, ກໍ່ມີນະຄອນໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ