ເພີ່​ມ​ທ​ະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ກັບ ແຂວງ ໂຕ​ຈິ​ຢິ, ຍີ່​ປຸ່ນ

(VOVWORLD) -ວັນທີ 23 ພະຈິກ, ໃນຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປ      ຢ້ຽມຢາມແຂວງ ໂຕຈິຢິ, ຢີ່ປຸ່ນ; ພົບປະກັບຜູ້ວ່າການແຂວງ ໂຕຈິຢິ Fukada Tomikazu, ເຂົ້າຮ່ວມກອງປະຊຸມກ່ຽວກັບການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ກັບ ຍີ່ປຸ່ນ.
ເພີ່​ມ​ທ​ະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ກັບ ແຂວງ ໂຕ​ຈິ​ຢິ, ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ ຜູ້ວ່າການແຂວງ ໂຕຈິຢິ Fukada Tomikazu 

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີທ່ານຜູ້ວ່າການແຂວງ ໂຕຈິຢິ Fukada Tomikazu ເປີດກວ້າງການພົບປະແລກປ່ຽນ, ຮ່ວມມື, ລົງທຶນກັບບັນດາທ້ອງຖິ່ນຂອງ ຫວຽດນາມ ແນໃສ່ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ແລະ ບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ, ແລກປ່ຽນບົດຮຽນຢ່າງໝັ້ນຄົງ, ຮັບຮອງເອົາຊຸກຍູ້ບັນດາການເຄືໍ່ອນໄຫວພົວພັນແລກປ່ຽນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສະໜັບສະ  ໜູນວິສາຫະກິດຂອງແຂວງ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກັບ ຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ແຂວງມີທ່າແຮງ; ຊຸກຍູ້ການທ່ອງທ່ຽວ, ພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ; ເພີ່ມທະວີການຮັບເອົານັກເຝິກງານທີ່ມີທັກສະ, ແຮງງານ ຫວຽດນາມ ມາເຮັດວຽກຢູ່ແຂວງ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ພ້ອມທີ່ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດແຂວງ ໂຕຈິຢິ ລົງທຶນ, ດຳເນີນທຸລະກິດຢ່າງສຳເລັດຜົນຢູ່ ຫວຽດນາມ, ໂດຍສະເພາະແມ່ນການຟື້ນຟູ່ພັດທະນາເສດຖະກິດ - ສັງຄົມພາຍຫຼັງໄລຍະໂລກລະບາດໂຄວິດ-19.

        ທ່ານຜູ້ວ່າການແຂວງ Fukada ຢັ້ງຢືນແຂວງ ໂຕຈິຢິ ປາດຖະໜາຢາກເພີ່ມທະວີ   ການ       ຮ່ວມມືກັບບັນດາທ້ອງຖິ່ນຂອງ ຫວຽດນາມ ຫຼາຍກວ່ານີ້ອີກ, ຢາກຮັບເອົາແຮງງານທີ່ມີຄຸນນະພາບສູງ, ນັກເຝິກງານ ຫວຽດນາມ ທີ່ມີທັກສະມາເຮັດວຽກຢູ່ແຂວງຫຼາຍ  ກ່ວານີ້ອີກ.

ເພີ່​ມ​ທ​ະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ກັບ ແຂວງ ໂຕ​ຈິ​ຢິ, ຍີ່​ປຸ່ນ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນສັກຂີພະຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ຫວີງຟຸກ ແລະ ແຂວງ ໂຕຈິຢິ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນສັກຂີພະຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງແຂວງ ຫວີງຟຸກ ແລະ ແຂວງ ໂຕຈິຢິ.

ເພີ່​ມ​ທ​ະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ກັບ ແຂວງ ໂຕ​ຈິ​ຢິ, ຍີ່​ປຸ່ນ - ảnh 3ກອງປະຊຸມກ່ຽວກັບການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ກັບ ຍີ່ປຸ່ນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ວິສາຫະກິດ ຫວຽດນາມ ແລະ ຍີ່ປຸ່ນ ພວມຢືນຢູ່ຕໍ່ໜ້າກາລະໂອກາດອັນດີງາມທີ່ສຸດຂອງການພົວພັນ ຫວຽດນາມ - ຍີ່ປຸ່ນ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍຖືເປັນສຳຄັນ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ແຂວງ ໂຕຈິຢິ ເພີ່ມທະວີການຮ່ວມມືກັບທ້ອງຖິ່ນຕ່າງໆຂອງ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດລົງທຶນ, ການຄ້າ, ແຮງງານ, ການພົວພັນແລກປ່ຽນປະຊາຊົນ, ການທ່ອງທ່ຽວ… ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມເດີນທາງ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດແຂວງ ໂຕຈິຢິ ເວົ້າສະເພາະ ແລະ ຍີ່ປຸ່ນ ເວົ້າລວມ ເຄື່ອນໄຫວລົງທຶນຢ່າງສຳເລັດຜົນ, ໝັ້ນຄົງ, ຍາວນານຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດ ຫັນເປັນດີຈີຕອນ, ພັດທະນາພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ເພີ່​ມ​ທ​ະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ກັບ ແຂວງ ໂຕ​ຈິ​ຢິ, ຍີ່​ປຸ່ນ - ảnh 4ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ຕ້ອນຮັບທ່ານSugimori ປະທານ ຜູ້ອຳນວຍການບໍລິຫານ ກຸ່ມບໍລິສັດ ENEOS

      ກໍໃນຕອນບ່າຍວັນທີ 23 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມິນຈີ້ງ ໄດ້ຕ້ອນຮັບທ່ານປະທານ, ຜູ້ອຳນວຍການບໍລິຫານ ກຸ່ມບໍລິສັດ ENEOS ຊຶ່ງແມ່ນກຸ່ມບໍລິສັດພະລັງງານໃຫຍ່ທີ່ສຸດຢູ່ຍີປຸ່ນ, ກຸ່ມບໍລິສັດ AEON, ກຸ່ມບໍລິສັດ Fast Retailing, ກຸ່ມບໍລິສັດ Marubeni ລົງເລິກການລົງທຶນ, ພັດທະນາບັນດາໂຄງການພະລັງງານ, ໂຄງລ່າງຢູ່ຫວຽດນາມ, ກຸ່ມບໍລິສັດ Mitsui, ກຸ່ມບໍລິສັດພະລັງງານ MOECO, ກຸ່ມບໍລິສັດ Sojitz ເຄື່ອນໄຫວໃນຂົງເຂດເຄື່ອງຈັກ, ພະລັງງານ, ທາດເຄມີ, ເຄື່ອງໃຊ້ສອຍຢູ່ຫວຽດນາມ ແລະ ບໍລິສັດປຸງແຕ່ງສິນໃນນ້ຳ Mitsui

ຕອບກັບ

ຂ່າວ/ບົດ​ອື່ນ