ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ ກັບລັດ Hessen, ເຢຍລະມັນ

ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຫວຽດນາມ ກັບລັດ Hessen, ເຢຍລະມັນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan
​ຕ້ອນຮັບ​ທ່ານ Roland Kook, ອາ​ດິດຜູ້​ວ່າການ​ລັດ Hessen
(ພາບ: CP)

(TTX) -     ຍາມ​ໃດລັດຖະບານ​ຫວຽດນາມ ກໍ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ສຸດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ ​ເວົ້າ​ລວມ ​ແລະ ລັດ Hessen ​ເວົ້າ​ສະ​ເພາະ ​ເຂົ້າມາ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ ຢ່າງ​ມີ​ປະສິດທິ​ຜົນ, ຍາວ​ນານ ​ແລະ ໝັ້ນຄົງ​ຢູ່​ຫວຽດນາມ. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເມື່ອ​ຕ້ອນຮັບ​ທ່ານ Roland Kook, ອາ​ດິດຜູ້​ວ່າການ​ລັດ Hessen, ສາ​ທາລະນະ​ລັດສະຫະພັນ​ເຢຍລະ​ມັນ ​ເນື່ອງ​ໃນ​ໂອກາດ​ທີ່ທ່ານມາ​ປະຕິບັດ​ງານ​ຢູ່​ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 17/9 ຢູ່​ຮ່າ​ໂນ້ຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ປາດ​ຖະໜາ​ວ່າ ​ເຖິງ​ວ່າ​ທ່ານ​ບໍ່​ດຳລົງ​ຕຳ​ແໜ່ງ​ເປັນ​ຜູ້​ວ່າການລັດ ​ແຕ່​ດ້ວຍ​ຄວາມ​ເຂົ້າ​ໃຈ​ໃນ​ການ​ພົວພັນຮ່ວມ​ມື​ກັບ​ຫວຽດນາມ, ທ່ານ Roland Kook ຈະ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ສາ​ທາລະນະ​ລັດສະຫະພັນ​ເຢຍລະ​ມັນ ກວ່າ​ອີກ. ທ່ານ​ຮ່ອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເຊື່ອ​ໝັ້ນ​ວ່າ, ​ໃນ​ອະນາ​ຄົດ, ອຳນາດ​ການ​ປົກຄອງ​ລັດ Hessen ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ, ໜູນ​ຊ່ວຍ​ຫວຽ​ດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື, ການ​ສຶກສາ, ບຳງລຸງ​ສ້າງ​ວິຊາ​ຊີບ ​ແລະ ​ແບ່ງປັນ​ບົດຮຽນ​ຂອງ​ບັນດາ​​ມະຫາວິທະຍາ​ໄລ ​ແລະ ສອນ​ວິຊາ​ຊີບ​ຢູ່​ລັດ Hessen.

ຂ່າວ/ບົດ​ອື່ນ