ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍ ອົດສະຕາລີ ແລະ ກະຊວງຕຳຫຼວດ ຫວຽດນາມ

(VOVWORLD) - ທ່ານລັດຖະມົນຕີ ເລືອງຕາມກວາງ ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດເອງໃນການຊຸກຍູ້ການພົວພັນ 2 ຝ່າຍ ອົດສະຕາລີ - ຫວຽດນາມ
ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍ ອົດສະຕາລີ ແລະ ກະຊວງຕຳຫຼວດ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ
(ພາບ: bocongan.gov.vn)

        ວັນທີ 18 ມິຖຸນາ, ຢູ່ ຮ່າໂນ້ຍ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດເອງໃນການຊຸກຍູ້ການພົວພັນ 2 ຝ່າຍ ອົດສະຕາລີ - ຫວຽດນາມ, ພິເສດແມ່ນເລື່ອງ ຍົກລະດັບການພົວພັນຂອງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເນື່ອງໃນໂອກາດການຢ້ຽມຢາມ ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນເດືອນ ມີນາ ຜ່ານມາ. ທ່ານສະເໜີໃຫ້ Canberra ສືບຕໍ່ໜູນຊ່ວຍ ຮ່າໂນ້ຍ ໃນການບຳລຸງສ້າງພາສາຕ່າງປະເທດ, ບຳລຸງສ້າງກ່ຽວກັບການຄຸ້ມຄອງ, ວິຊາສະເພາະ, ກຳລັງຄວາມສາມາດ, ໜູນຊ່ວຍອຸປະກອນ, ພາຫະນະຮັບໃຊ້ວຽກງານຮາກຖານຂໍ້ມູນໃຫຍ່ ແລະ ການຫັນເປັນດີຈີຕອນ; ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ການປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ…

        ສ່ວນທ່ານເອກອັກຄະລັດຖະທູດ Andrew Goledzinowski ຢືນຢັນວ່າ, ຈະມານະພະຍາຍາມຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ເວົ້າລວມ, ການພົວພັນລະຫວ່າງກະຊວງຕຳຫຼວດ ຫວຽດນາມ ກັບບັນດາອົງການປະຕິບັດກົດໝາຍຂອງ ອົດສະຕາລີ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ