ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດ 2 ປະເທດຫວຽດນາມ - ກຸຍບາ

ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດ 2 ປະເທດຫວຽດນາມ - ກຸຍບາ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 2 ລະຫວ່າງ
​ພັກ​ກອມ​ມູນິດ​ກຸຍ​ບາ ​ແລະ ຫວຽດນາມ
(ພາບ: vietnamplus.vn)


(vovworld) – ວັນ​ທີ 11/11, ທ່ານ​ເລຂາຜູ້​ທີ 2 ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກສ.ກຸຍ​ບາ Jose Ramon Machado Ventura ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ ​ເຈີນກວກ​ເວື້ອງ, ​​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຫ້ອງວ່າການ​ສູນ​ກາງ​ນຳ​ໜ້າ, ພວມຢ້ຽມຢາມກຸ​ຍບາ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 2 ລະຫວ່າງ​ພັກ​ກອມ​ມູນິດ​ກຸຍ​ບາ ​ແລະ ຫວຽດນາມ. ທ່ານ Jose Ramon Machado Ventura ຖື​ວ່າ, 2 ຝ່າຍ​ຕ້ອງ​ສືບ​ຕໍ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ, ກໍ່​ຄື​ການສົມທົບ​ກັນ​ ​ແລະ ສະໜັບສະໜູນ​ເຊິ່ງກັນ​ ແລະ ​ກັນບົນ​ເວທີ​ປາ​ໄສ​ສາກົນ​ເຊິ່ງ 2 ຝ່າຍ​ພ້ອມ​ກັນ​ເຂົ້າ​ຮ່ວມ. ສ່ວນ​ທ່ານ ​ເຈີ​ນກວກ​ເວື້ອງ ຢືນຢັນ​ການ​ສະ​ໜັບ​ສະ​ໜູນ, ນ້ຳ​ໃຈ​ສາມັກຄີ​​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​​ເປັນ​ທຳ​ຂອງ​ປະຊາຊົນ​ກຸຍ​ບາ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫງວຽນ​ຕວນຟອງ, ຮອງ​ຫົວ​ໜ້າ​ຄະນະ​ພົວພັນຕ່າງປະ​ເທດສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງກຸຍ​ບາທ່ານ Jorge Arias  ​ໄດ​້ລົງ​ນາມ​ໃນ​ຂໍ້​ຕົກລົງ​ແລກປ່ຽນ ​ແລະ ຮ່ວມ​ມື​ລະຫວ່າງ 2 ພັກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ 2 ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ກອມ​ມູນິດ​ກຸນ​ຍາ ດ້ວຍ​ຫົວ​ຂໍ້ “ບົດບາດ​ຂອງ​ພັກ ​ໃນ​ການ​ອັບ​​ເດັດ​ຮູບ​ແບບ​ເສດຖະກິດ - ສັງຄົມ​ຢູ່ກຸຍ​ບາ ​ແລະ ວິວັດ​ການ​ປ່ຽນ​ໃໝ່​ຢູ່​ຫວຽດນາມ: ທິດ​ສະ​ດີ - ພຶດຕິ​ກຳ​ຕົວ​ຈິງ” ​ໄດ້​ສິ້ນ​ສຸດ​ລົງ​ພາຍຫຼັງ​ເຮັດ​ວຽກ​ເປັນ​ເວລາ 2 ວັນ.

ຂ່າວ/ບົດ​ອື່ນ