ເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຫວຽດນາມ ແລະ ອິນເດຍ

(VOVWORLD) -ຕອນບ່າຍວັນທີ 19/4, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ  ເວືອງດີງເຫ້ວ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາຕ່ຳ Om Birla ແລະ ຄະນະຜູ້ແທນລັດຖະສະພາ ອິນເດຍ.
ເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຫວຽດນາມ ແລະ ອິນເດຍ - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ  ເວືອງດີງເຫ້ວ ແລະ ທ່ານປະທານສະພາຕ່ຳອີນເດຍ Om Birla

     ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຖືວ່າ: ການເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງໃນໄລຍະຈະມາເຖິງ. ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຢູ່ພາກພື້ນອິນເດຍ-ປາຊີຟິກ ແລະ ໃນທົ່ວໂລກ; ພ້ອມກັນນັ້ນ, ທ່ານຍັງຢືນຢັນວ່າ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເນັ້ນໜັກວ່າ, ຫວຽດນາມ ຖືອິນເດຍ ແມ່ນປະເທດມະຫາອຳນາດໃນທົ່ວໂລກ ແລະ ສະໜັບສະໜູນ ອິນເດຍ ມີບົດບາດໃຫຍ່ກວ່າໃນບັນດາອົງການຫຼາຍຝ່າຍ, ຮັກສາ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຂອງໂລກຫຼາຍຂົ້ວ, ບົນພື້ນຖານກົດໝາຍສາກົນ;

    ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີເປັນເອກະສັນກັນກ່ຽວກັບຄວາມຈຳເປັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ແລະ ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982. ກ່ຽວກັບສະພາບການ ຢູ່ ຢູແກຼນ, 2 ຝ່າຍຢືນຢັນຄວາມສຳຄັນຂອງບັນຫາເຄົາລົບກົດໝາຍສາກົນ, ປາດຖະໜາວ່າຝ່າຍຕ່າງໆທີ່ກ່ຽວຂ້ອງຈະຊຸກຍູ້ການສົນທະນາ ແລະ ເຈລະຈາເພື່ອຢຸດຕິການປະທະກັນ ແລະ ຟື້ນຟູສັນຕິພາບບົນພື້ນຖານເຄົາລົບຜົນປະໂຫຍດອັນເປັນທຳຂອງບັນດາຝ່າຍ ສອດຄ່ອງກັບກົດໝາຍສາກົນ , ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ແກ້ໄຂບັນຫາມະນຸດສະທຳ.

     ກ່ຽວກັບການຮ່ວມມືລັດຖະສະພາ, ປະທານທັງ 2 ທ່ານໄດ້ເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນ ແລະ ການພົບປະລະຫວ່າງບັນດາຄະນະສະມາຊິກລັດຖະສະພາມິດຕະພາບ, ການຮ່ວມມືລະຫວ່າງບັນດາກຳມາທິການສະເພາະກິດ, ແບ່ງປັນປະສົບການໃນການສ້າງ ແລະ ຮັບຮອງເອົາກົດໝາຍ ແລະ ວຽກງານກວດກາ ແລະ ຕິດຕາມກວດກາການເລືອກຕັ້ງ, ພ້ອມກັນນັ້ນກໍ່ຕັ້ງໜ້າປຶກສາຫາລື ແລະ. ສົມທົບກັນທາງດ້ານຫຼັກໝັ້ນ ຢູ່ໃນເວທີປາໄສສາກົນ ແລະພາກພື້ນ; ເພີ່ມທະວີການຮ່ວມມືສາກົນເພື່ອຮັບມືກັບໂລກລະບາດ Covid-19, ຟື້ນຟູເສດຖະກິດ, ພັດທະນາສີຂຽວ, ຍືນຍົງ, ແລະ ນະວັດຕະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ