ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສ.ສະຫະພັນ ເຢຍລະມັນ

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ - ສ.ສະຫະພັນ ເຢຍລະມັນ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.ສະຫະພັນ​ເຢຍລະ​ມັນ
ຕ້ອນຮັບ​ທ່າ​ນປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
(ພາບ: TTXVN)


(vovworld) -     ​ຕອນ​ບ່າຍ​ວັນ​ທີ 13/03, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.ສະຫະພັນ​ເຢຍລະ​ມັນ Norbert Lammert ​ ​​ໄດ້ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່າ​ນປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ມາ​ຢ້ຽມຢາມ​ ສ.ສະຫະພັນ​ເຢຍລະ​ມັນ ຢ່າງ​ເປັນ​ທາງ​ກາ​ນ. ທີ່​ການ​ເຈລະຈາພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ ຫວຽດນາມ ຖື​ເປັນ​ສຳຄັນການ​ເພີ່ມ​ທະວີ ​ແລະ ບຸລິມະສິດ​ໃຫ້​ແກ່​ການພັດທະນາ​ການ​ພົວພັນ​ຮ່ວມ​ມື​ກັບ ສ.ສະຫະພັນ​ເຢຍລະ​ມັນ ​ແລະ ສະ​ເໜີ​​ໃຫ້ເພີ່ມ​ມະ​ວີ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ ​ໃນ​ນັ້ນ​ມີບັນດາ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ; ສົມທົບ​ກັນຢ່າງ​ແໜ້ນ​​ແຟ້ນບົນ​ເວທີ​ຫຼາຍ​ຝ່າຍ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ, ອາ​ແຊມ, ອາ​ຊຽນ - EU ​ແລະ ບັນດາ​ເວທີ​ປາ​​ໄສລັດຖະສະພາ​​ເຊິ່ງສະພາ​ແຫ່ງ​ຊາດ 2 ປະ​ເທດ​ລ້ວມ​ແຕ່​ແມ່ນ​ສະມາຊິກ. ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ.ສະຫະພັນ​ເຢຍລະ​ມັນ Nobert Lammert ຢືນຢັນ​ວ່າ, ຍາມ​ໃດສະພາ​ແຫ່ງ​ຊາດສ.ສະຫະພັນ​ເຢຍລະ​ມັນ ກໍ​ສະໜັບສະໜູນ ​ແລະ ​ໃຫ້​ບຸລິມະສິດ​ແກ່​ການ​ພັດທະນາ​ການ​ພົວພັນກັບ​ຫວຽດນາມ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ໄປ​ຢ້ຽມຢາມ​ພະນັກງານ, ພາລະ​ກອນ​ສະຖານ​ທູດ​ຫວຽດນາມ, ຜູ້ຕາງໜ້າ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ເຢຍລະ​ມັນ. ກ່າວ​ຄຳ​​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ອັນ​ລ້ຳ​ຄ່າ​ຂອງ​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​​ເທດ​ທີ່​ມີ​ຕໍ່​ປະ​ເທດ​ຊາດ ​ແລະ ​ໃຫ້​ຮູ້​ວ່າ ລັດ​ຈະ​ພິຈາລະນາ​ປັບປຸງ​ບັນດາ​ຂໍ້​ກຳນົດ ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້​ວົງ​ຄະນະ​ຍາດ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ເມືອ​ລົງທຶນ​ຢູ່​ບ້ານ​ເກີດ​ເມືອງ​ນອນ.

ຂ່າວ/ບົດ​ອື່ນ