ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມແລະຮຸງກາຣີ

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມແລະຮຸງກາຣີ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕອນຮັບ
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ Kover Laszlo)


(vovworld) – ​​​ໂດຍ​ໄດ້​ຮັບ​ຄຳ​ເຊີ​ນຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ Kover Laszlo ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ ​ໃນ​ລະຫວ່າງ​ວັນ​ທີ 08 – 13/11. ຕ​ອນ​ເຊົ້າ​ວັນ​ທີ 09/11, ພາຍຫຼັງ​ພິທີ​ຕ້ອນຮັບ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ Kover Laszlo ​ໄດ້​ດຳ​ເນີນ​ການ​ເຈລະຈາ​.

      ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ​ຈະ​ສ້າງ​ຂີດ​ໝາຍ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ອົງການ​​ນິຕິບັດ​ຍັດ ​ແລະ ປະຊາຊົນ 2 ປະ​ເທດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ ຍາມ​ໃດ​ກໍ​ສະໜັບສະໜູນ, ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ເພື່ອ​ຍູ້​ແຮງ​ການ​ພົວພັນຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ, ​ໃນ​ນັ້ນ​ມີ​ຮຸງ​ກາຣີ. ຍາມ​ໃດຫວຽດນາມ ກໍຖື​ຮຸງ​ກາຣີ ​ແມ່ນ​ເພື່ອນ​ມິດ​ທິ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ສະຫະພາບ​ເອີ​ລົບ (EU). ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ​່ຊຸກ​ຍູ້​ການການ​ແລກປ່ຽນ​ການ​ຮ່ວມ​ມື​ລະຫວ່າງ​ຮຸງ​ກາຣີ ​ແລະ ພາກ​ພື້ນ​ອາ​ຊຽນ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ຮຸງ​ກາ​ຣີ ຈະ​​ແມ່ນ​ຂົວ​ເຊື່ອມ​ຕໍ່​ລະຫວ່າງ​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ.

      ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ Kover Laszlo ​ໄດ້​ຕີ​ລາຄາ​ສູງ​ການຮັກສາ​ການເຄື່​ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ເປັນປະຈຳ​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໝາກຜົນ​ອັນ​ດີງາມ​ຈາກ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ ​ທີ່​ໄດ້​ລົງ​ນາມ​ເມື່​ອປີ 2009, ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ ​ໃຫ້​ຂຶ້ນ​ສູ່ລະດັບ​ສູງ​ໃໝ່. ທ່ານ​ປະທານ​ສະພາ​ແຫ່​ຊາດ​ຮຸງ​ກາຣີ ​ໃຫ້​ຮູ້​ວ່າ, ຮຸງ​ກາຣີ ປາດ​ຖະໜາ​ຢາກ​ພ້ອມ​ກັບ​ຫວຽດນາມ ​ແບ່ງປັນ​ບົດ​ຮຽນ​ໃນ​ການ​ສ້າງ ​ແລະ ປັບ​ປຸງ​ກົດໝາຍ, ປາດ​ຖະໜາ​ວ່າ​ຢາກ​ພັດທະນາ​ການ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ຂົງ​ເຂດ​ກະສິກຳ, ຄຸ້ມ​ຄອງ​ແຫຼ່ງນ້ຳ, ສົ່ງ​ເສີມ​ສຸຂະພາບ​ປະຊາຊົນ ​ແລະ ພັດທະນາ​​ແບບ​ຍືນ​ຍົງ. 2 ຝ່າຍ​​​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ, ທ່​ອງທ່ຽວ, ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຂອງ​ປະຊາຊົນ 2 ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍ.

      ​ແລະ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເປັນ​ປະທານຈັດ​ງານ​ລ້ຽງຕ້ອນຮັບທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຮຸງ​ກາຣີ Kover Laszlo ​ແລະ ບັນດາ​ສະມາຊິກ​ໃນ​ຄະນະຢ່າງ​ສົມ​ກຽດ.

ຂ່າວ/ບົດ​ອື່ນ