ເພີ່ມທະວີການຮ່ວມມືລະຫວ່າງສະມາຄົມມິດຕະພາບຂອງ ຫວຽດນາມ ແລະ ລາວ

(VOVWORLD) - 2 ຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຈັດບັນດາການເຄື່ອນໄຫວ 2 ຝ່າຍ, ແລກປ່ຽນກ່ຽວກັບວຽກງານຂອງສະມາຄົມ, ຈັດບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ
ເພີ່ມທະວີການຮ່ວມມືລະຫວ່າງສະມາຄົມມິດຕະພາບຂອງ ຫວຽດນາມ ແລະ ລາວ - ảnh 1(ທີ່ການຕ້ອນຮັບ)

        ຕອນບ່າຍວັນທີ 04 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານ ຫງວຽນດັກວິງ, ຫົວໜ້າກຳມາທິການວັດທະນະທຳ, ການສຶກສາສະພາແຫ່ງຊາດ ຫວຽດນາມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຕ້ອນຮັບທ່ານ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ. ທີ່ການເຮັດວຽກ, 2 ຝ່າຍເຫັນດີສົມທົບກັນຢ່າງແໜ້ນແຟ້ນໃນການຈັດບັນດາການເຄື່ອນໄຫວ 2 ຝ່າຍ, ແລກປ່ຽນກ່ຽວກັບວຽກງານຂອງສະມາຄົມ, ຈັດບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດບັນດາງານບຸນໃຫຍ່ໃນການພົວພັນຂອງ 2 ປະເທດ. ທ່ານ ຫງວຽນດັກວິງ ໃຫ້ຮູ້ວ່າ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ຄາດວ່າ ຈະໄປຢ້ຽມຢາມ, ເຮັດວຽກຢູ່ ລາວ ໃນປີ 2024; ທ່ານສະເໜີໃຫ້ສະມາຄົມ 2 ປະເທດສົມທົບກັນຈັດບັນດາການເຄື່ອນໄຫວແລກປ່ຽນຂອງວິສາຫະກິດໜຸ່ມ 2 ປະເທດ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ; ຈັດການເຄື່ອນໄຫວຈຳນວນໜຶ່ງສະຫງວນໃຫ້ນັກສຶກສາ ລາວ ຢູ່ ຫວຽດນາມ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງລຸ້ນໜຸ່ມ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ