ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະຍີ່ປຸ່ນໃນຫຼາຍຂົງເຂດ

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມແລະຍີ່ປຸ່ນໃນຫຼາຍຂົງເຂດ - ảnh 1
ການ​ປະ​ຊຸມ​ຂ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ
ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida
(ພາບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 06/05, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການກ​ຊະກ​ວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida ໄ​ດ້​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມ​າ​ທິ​ການ​ຮ່ວມ​ມື​ຫວຽດ​ນາມ - ຍີ່​ປຸ່ນ ຄັ້ງ​ທີ 8.

        ທີ່​ກອງ​ປະ​ຊຸມ, 2 ຝ່າຍ​ໄດ້​້​ເຫັນ​ດີ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງກວ່​າ​ອີກ ຜ່ານ​ການ​ຮັກ​ສາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ແລະ ບັນ​ດາ​ການ​ພົບ​ປະ 2 ຝ່າຍ​ໃນ​ທຸກ​ຂັ້ນ​ເປັນ​ປະ​ຈຳ​, ກໍ​ຄື​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ… ຍີ່​ປຸ່ນ​ຈ​ະ​ຄົ້ນ​ຄວ້າ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ສ້າງ​ນະ​ໂຍ​ບາຍ​ພື້ນ​ຖານ​ກ່ຽວ​ກັບ​ການຮັບ​ມື​ກັບ​ສະ​ພາບ​ໄພ​ແຫ້ງ​ແລງ, ​ນ້ຳ​ເຄັມ​ຊຶມ​ພວມ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງຢ​ູ່​ພາກ​ກາງ ແລະ ພາກ​ໃຕ້​ຂອງ​ຫວຽດ​ນາມ.

        ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ພາຍ​ຫຼັງ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເນັ້ນ​ໜັກ​ວ່າ, ຍີ່​ປຸ່ນ ຍັງ​ສືບ​ຕໍ່​ແມ່​ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ອັບ​ດັບ​ໜຶ່ງ ແລະ ຍາວ​ນານ​ຂອງ​ຫວຽດ​ນາມ. ສ່ວນ​ທ່ານ Fumio Kishida ໃຫ້​ຄຳ​ໝັ້ນ​ສັນ​ຍາວ່າ, ຍີ່​ປຸ່ນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ແຮງ, ຜ່ານ​ການ​ສືບ​ຕໍ່​ສະ​ໜອງ​ທຶນ ODA ໃນ​ບັນ​ດາ​ຂົງ​ເຂດກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ມີ​ຄຸນ​ນະ​ພາບ​ສູງ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ບຳ​ລຸງ​ສ້າງ​ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

        ກໍ່​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Fumio Kishida ໃຫ້​ຮູ້​ວ່າ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນ​ໄລ​ຍະ​ມໍ່ໆ​ມານີ້ ແລະ ເຫັນ​ດີນຳ​ກັນ​ວ່າ, ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຄວາມ​ສະ​ຫງົບ​ປອດ​ໄພໃນ​ການ​ເດີນ​ທະ​ເລ​ຢ່າງ​ເສ​ລີ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ບໍ່​ຄວນ​ມີ​ການ​ກະ​ທຳ​ເຮັດ​ໃຫ້​ປ່ຽນ​ແປງ​ສະ​ພາບ​ເດີມ, ກໍ​ຄວາມ​ສົບ​ສົ​ມ, ເປີດກວ້າງ​ການ​ຂັດ​ແຍ້ງ ແລະ ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ສິ້ນ​ສຸດ​ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ລົງ​ນາມ​ໃນ​​ສານ​ທາງ​ການແລກ​ປ່ຽນ ODA ເຊິ່ງ​ແມ່ນ​ທຶນ​ກູ້​ຢືມ​ຈາກ​ຍີ່​ປຸ່ນ ແລະ ​ສານ​ທາງ​ການ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ທຶນ​ຊ່ວຍ​ເຫຼືອ​​ລ້າ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ​ໃຫ້​ຫວຽດ​ນາມ ບາງ​ສະ​ບັບ.

ຂ່າວ/ບົດ​ອື່ນ