ເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການສຳນັກງານປະທານປະເທດ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືລະຫວ່າງຫ້ອງວ່າການສຳນັກງານປະທານປະເທດ ຫວຽດນາມ ແລະ ລາວ - ảnh 1
ຄະນະ​ພະນັກງານ​ການ​ນຳ ຫ້ອງວ່າການສຳນັກງານປະທານປະເທດ ຂອງ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈລະຈາ   (ພາບ : TTXVN)

(vovworld)- ​ໂດຍ​ຮັບ​ຄຳ​ເຊີນຈາກທ່ານຫົວໜ້າຫ້ອງວ່າການສຳນັກງານປະທານ ປະເທດ​ແຫ່ງ ສປປລາວ ພົງ​ສະຫວັດ​ບຸບຜາ, ຄະນະ​ພະນັກງານ​ການ​ນຳ ຫ້ອງວ່າການສຳນັກງານປະທານປະເທດ​ແຫ່ງ ສ.ສ ຫວຽດນາມ​ໂດຍ​ທ່ານ ດາວ​ຫວຽດຈຸ​ງ ຫົວໜ້າຫ້ອງວ່າການສຳນັກງານປະທານ ປະເທດ​ຫວຽດນາມ​ນຳ​ໜ້າ ​ໄດ້​ໄປ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ​ໃນ​ວັນ​ທີ 18 ​ແລະ 19/2. ຕອນ​ບ່າຍ ວັນ​ທີ 18/2, ຄະນະ​ພະນັກງານ​ການ​ນຳ ຫ້ອງວ່າການສຳນັກງານປະທານປະເທດ ຂອງ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈລະຈາ. ທີ່​ການ​ເຈ​ເລະ​ຈາ​, ທ່ານ ດາວ​ຫວຽດຈຸ​ງ ​ໄດ້​ຖື​ວ່າ ການ​ແລກ​ປ່ຽນຄະນະ​ຜູ້​ແທນ​ລະຫວ່າງ 2 ຫ້ອງວ່າການ ສຳນັກງານປະທານປະເທດ​ ​ໄດ້​ເປັນ​ການ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື ​ແລະ ນຳ​ມາ​ເຊິ່ງປະສິດທິ​ຜົນ​ທີ່​ດີກ​ວ່າ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ສ່ວນທ່ານຫົວໜ້າຫ້ອງວ່າການສຳນັກງານປະທານ ປະເທດ​ແຫ່ງ ສປປລາວ ພົງ​ສະຫວັດ​ບຸບຜາ ​ໄດ້​ສະ​ແດງ​ຄວາມ​ຫວັງ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ກັບຫ້ອງວ່າ ການສຳນັກງານປະທານ ປະເທດ​ຫວຽດນາມ ​ເພື່ອ​ໃຫ້​ທັງ 2 ຝ່າຍ​ແລກປ່ຽນ​ບົດຮຽນ, ​ເສີມ​ຂະຫຍາຍ​ພາລະ​ໜ້າ​ທີ່​ຂອງຫ້ອງວ່າການສຳນັກງານ ປະທານປະເທດຂອງ​ແຕ່ລະ​ປະ​ເທດ, ໜູນຊ່ວຍຢ່າງ​ໄດ້​ການ​ໄດ້​ງານ​ໃຫ້​​ແກ່​ການ​ຮ່ວມ​ມື​ລະຫວ່າງ 2 ລັດ​ໃຫ້​ນັບ​ມື້​ນັບ​ບັນລຸປະສິດທິ​ຜົນ ​ແລະ ​ແທດ​ຈິງ.

ຂ່າວ/ບົດ​ອື່ນ