ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດຂອງຫວຽດນາມ ແລະ ສະຫະພັນລັດເສຍ

ເພີ່ມທະວີການຮ່ວມມືລະຫວ່າງອົງການກວດສອບແຫ່ງລັດຂອງຫວຽດນາມ ແລະ ສະຫະພັນລັດເສຍ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກອົ​ງການກວດ​ສອບ​ບັນຊີ​ແຫ່ງ​ລັດ ສະຫະພັນ​ລັດ​ເຊຍ, ຄະນະ​ຜູ້​ແທນ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ຫົວໜ້າ​ອົງການກວດ​ສອບ​ບັນຊີ​ແຫ່ງ​ລັດ Le Minh Khai ​ນຳ​ໜ້າ, ​ໄດ້​​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ​ແຕ່​ວັນ​ທີ 5 – 11/9. ວັນ​ທີ 10/9, ຢູ່​ສຳນັກງານອົ​ງການກວດ​ສອບ​ບັນຊີ​ແຫ່ງ​ລັດ ສະຫະພັນ​ລັດ​ເຊຍ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ທ່ານ​ຮອງ​ຫົວໜ້າອົ​ງການກວດ​ສອບ​ບັນຊີ​​ແຫ່ງ​ລັດ​ຫວຽດນາມ Le Minh Khai ​ແລະ ທ່ານ​ປະທານອົ​ງການກວດ​ສອບ​ບັນຊີ​ແຫ່ງ​ລັດ​ສະຫະພັນ​ລັດ​ເຊຍ Serget Stepashin. ນະ​ທີ່​ນີ້, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ​ກັບ​ດ້ານ​ວິຊາ​ການກວດ​ສອບ​ບັນຊີ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສອງ​ອົງການ​ໃນ​ໄລຍະ​ຈະ​ມາ​ເຖິງ; ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ນຳ​ກັນ ​ແລະ ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ລະຫວ່າງອົ​ງການກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ກັບ ອົ​ງການກວດ​ສອບ​ບັນຊີ​ແຫ່ງ​ລັດສະຫະພັນ​ລັດ​ເຊຍ ກ່ຽວ​ກັບ​ເລື່ອ​ງກວດ​ສອບ​ບັນຊີ​ສອງ​ຝ່າຍ​ທີ່​ມີ​ຕໍ່​ໂຄງການ​ລົງທຶນ​ກໍ່ສ້າງໂຮງງານ​​ໄຟຟ້າ​ນິວ​ເຄຼຍ Ninh Thuan 1 ​ເພື່ອ​ແນ​ໃສ່​ຕີ​ລາຄາ​ຢ່າງຮອບດ້ານ​ບັນດາ​ມາດ​ຕະການຕ່າງໆ​ທີ່​ລັດ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ນຳ​ໃຊ້ ​ເພື່ອ​ປະຕິບັດ​ບັນດາ​ຂໍ​້ຕົກລົງ​ລະຫວ່າງ​ລັດຖະບານ ກ່ຽວ​ກັບການ​ສະໜອງ​​ເງິນ ​ແລະ ກໍ່ສ້າງ​ໂຮງງານ​​ໄຟຟ້າ​ນິວ​ເຄຼຍ Ninh Thuan 1 ​ໃນ​ເຂດ​ດິນ​ແດນ​ຂອງ​ຫວຽດນາມ; ຍົກ​ອອກ​ຂໍ້​ສະ​ເໜີ​ຕໍ່​ລັດຖະບານ​ລະຫວ່າງ​ສອງ​ປະ​ເທດ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍປະຕິບັດ​ໂຄງການ​ຢ່າງຖືກ​ຕ້ອງຕາມ​ຄວາມ​ຄຶບໜ້າ ​ແລະ ມີ​ປະສິດທິ​ຜົນ.

ວັນ​ທີ 11/9, ຄະນະ​ຜູ້​ແທນ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ໄດ້​ມີ​ການ​ເຮັດ​ວຽກກັບ​ການ​ນຳ Duma ​ແຫ່ງ​ຊາດ, ລາຍ​ງານ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ແລະ ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດສະຫະພັນ​ລັດ​ເຊຍ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ແລະ ສະ​ເໜີ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ອົງການໃນ​ໄລຍະ​ຈະ​ມາ​ເຖິງ​.

ຂ່າວ/ບົດ​ອື່ນ