ເພີ່ມທະວີການຮ່ວມມືລະຫວ່າງອົງການໄອຍະການຫວຽດນາມ - ສະຫະພັນລັດເຊຍ

ເພີ່ມທະວີການຮ່ວມມືລະຫວ່າງອົງການໄອຍະການຫວຽດນາມ - ສະຫະພັນລັດເຊຍ - ảnh 1
ທີ່​ການ​​ເຮັດ​ວຽກລະຫວ່າງຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ
(ພາບ: vksndtc.gov.vn)

(vovworld) -     ​ໃນ​ໄລຍະ 2 ປີ​ຈະ​ມາ​ເຖິງ, ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ອົງການ​ໄອ​ຍະ​ການ​ສອງ​ປະ​ເທດ. ນີ້​ແມ່ນ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ​ຜູ້ຕາງໜ້າ​ອົງການ​ໄອ​ຍະ​ການ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ, ​ໃນ​ການ​ຢ້ຽມຢາມ​ຢູ່​ສະຫະພັນ​ລັດ​ເຊ​ຍ ຂອງ​ຄະນະຜູ້​ແທນ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ໃນ​ວັນ​ທີ 7 – 8/11 ຜ່ານ​ມາ. ທີ່​ການ​​ເຮັດ​ວຽກ, ຜູ້​ຕາງ​ໜ້າ​ອົງການ​ໄອ​ຍະ​ການ​ຂອງຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ​ໄດ້​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບໂຄງການ​ຮ່ວມ​ມື​ໃນ 2 ປີ​ຈະ​ມາ​ເຖິງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ປະຕິບັດ​ງານ, ສົມທົບ​ກັນ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ; ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ອາດຊະຍາ​ກຳ; ຮ່ວມ​ມື​ກ່ຽວ​ກັບ​ການ​ບຳລຸງ​ສ້າງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະ​ນຸດ; ຮໍ່​າຮຽນ​ເອົາ​ບົດຮຽນ​​ໃນ​ການຄົ້ນຄວ້າ​ວິທະຍາສາດ ​ແລະ ສ້າງ​ກົດໝາຍ​ເພື່ອ​ແນ​ໃສ່​ສຳ​ເລັດ​ລະບົບ​ກົດໝາຍ​ຂອງ​ຫວຽດນາມ. ການ​ນຳ​ອົງການ​ໄອ​ຍະ​ການ​ສອງ​ປະ​ເທດ​ໃຫ້​ຄຳ​ໝັ້ນ​ສັນຍາຈະ​ສະ​ໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ ​ປົກ​ປ້ອງ​ສິດ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ພົນລະ​ເມືອງ​ຫວຽດນາມ ທີ່​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ​ຢູ່​ລັດ​ເຊຍ ​ກໍ​ຄືພົນ​ລະ​ເມືອງ​ລັດ​ເຊຍ ຢູ່​ຫວຽດນາມ, ພ້ອມ​ທັງ​ຕໍ່ສູ້​ກັບ​ບັນດາ​ອາດຊະຍາ​ກຳ ​ແລະ ການ​ກະທຳ​ທີ່​ຫຍໍ້​ທໍ້ທີ່​ກ່ຽວຂ້ອງ​ເຖິງ​ພົນລະ​ເມືອງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ