ເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ແລະ EC

ເພີ່ມທະວີການຮ່ວມມືລະຫວ່າງອາຊຽນ ແລະ EC - ảnh 1
(ພາບປະກອບ)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງຄະນະ​ກຳມະການ​ເອີ​ລົບ (EC), ​ແຕ່​ວັນ​ທີ 25 – 27/11, ຄະນະ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຜູ້​ຕາງ​ໜ້າຄະນະ​ເລຂາ​ອາ​ຊຽນ ​ໂດຍ​ທ່ານ​ຫົວໜ້າ​ກົມ​ອາ​ຊຽນ ຫວຽດນາມ ຫງວຽນ​ຕ໋ຽນມິ​ງ ນຳ​ໜ້າ, ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຄະນະ​ກຳມະການ​ເອີ​ລົບ ຢູ່​ບຣຸກ​ແຊນ, ປະ​ເທດ​ແບນ​ຊິກ. ທ່ານ ຫງວຽນ​ຕ໋ຽນມິ​ງ ​ໃຫ້​ຮູ້ວ່າ ການ​ພັດທະນາ​ຂອງ EC ຈະ​ແມ່ນ​ບົດຮຽນ​ເພື່ອ​ຊ່ວຍ​ອາ​ຊຽນ ​ໃນ​ວິວັດ​ການ​ສ້າງ​ປະຊາ​ຄົມ​ລວມ. 2 ຝ່າຍ​ໄດ້​ມີ​​ຫຼາຍໂຄງການຮ່ວມ​ມືຢ່າງ​ລະອຽດ ​ແລະ ນີ້​ແມ່ນ​ວິວັດ​ການ​ອັນ​ຍາວ​ນານ​ ຕ້ອງ​ມີ​ຄວາມມານະ​ພະຍາຍາມຂອງ​ທັງ 2 ຝ່າຍ. ປະຈຸ​ບັນ, ອາ​ຊຽນ ພວມ​ແມ່ນ​ຄູ່​ຮ່ວ​ມມື​ການ​ຄ້າ​ໃຫຍ່​ອັນ​ດັບ 3 ນອກຈາກ​​ເອີ​ລົບ ​ຂອງ EU, ຖັດ​ຈາກ​ອາ​ເມ​ລິ​ກາ ​ແລະ ຈີນ, ດ້ວຍ​ຍອດວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ 206 ຕື້ USD ​ໃນ​ປີ 2011. ​ໃນ​ຄະນະ​ນັ້ນ, EU ​ແມ່ນ​ຄູ່​ຮ່ວມ​ມື​ໃຫຍ່​ອັນ​ດັບ 2 ຂອງ​ອາ​ຊຽນ, ຖັດ​ຈາກ​ຈີນ ​ແລະ ກວມ​ເອົາ 11% ຍອດ​ວົງ​ເງິນ​ການ​ຄ້າ​ຕ່າງປະ​ເທດຂອງ​ອາ​ຊຽນ. ​ໃນ​ໄລຍະ​ແຕ່​ປ​ີ 2007 – 2013, EU ​ໄດ້​ໜູນ​ຊ່ວຍ​ໂດຍ​ກົງ 66 ລ້ານ​ເອີ​ໂລ ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ຈຳນວນ​ເງິນ​ອຸປະຖຳ​ຊ່ວຍ​ເຫຼືອດັ່ງ​ກ່າວ​ໃນ​ໄລຍະ 2014 – 2020.

ຂ່າວ/ບົດ​ອື່ນ