ເພີ່ມທະວີການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ແຂວງ Fukuoka

ເພີ່ມທະວີການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ແຂວງ Fukuoka - ảnh 1
ຊຸມ​ວັດ Fukuoka ຢູ່​ຮ່າ​ໂນ້ຍ
(ພາບປະກອບ)


(vovworld) - ວັນ​ທີ 27 ສິງຫາ, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ແຂວງ Fukuoka, ປະ​ເທດ​ຍີ່ປຸ່ນ ​ໂດຍ​ທ່ານ Ogawa Hiroshi, ເຂົ້າແຂວງ​ Fukuoka ມາ​ຢ້ຽມຢາມ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ, ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຫງວຽນ​ເທ໋ທາວ ຢືນຢັນ​ວ່າ ​ໃນ​ປີຜ່ານມາ, ຮ່າ​ໂນ້ຍ ​ແລະ Fukuoka ​ໄດ້​ມີ​ການ​ເຄື່​ອນ​ໄຫວຫຼາຍ​ຢ່າງ​ເຊິ່ງລວມມີ​ບັນດາ​ໂຄງການ, ​ເຫດການ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຍູ້​ແຮງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ຊຸກຍູ້​ການ​ພົວພັນ 2 ຝ່າຍ​ກວ່າ​ອີກ. ທ່ານ Ogawa Hiroshi ຖື​ວ່າ ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ປັບປຸງ, ​ເປີດ​ກວ້າງ​ການ​ພົວພັນທີ່​ໄດ້​ຕົກລົງ​ກັນ​ພາຍຫຼັງ 5 ປີ​ລະ​ຫວ່າ​ງ​ນະຄອ​ນຮ່າ​ໂນ້ຍ ​ແລະ ​ Fukuoka. ​ແຂວງ Fukuoka ກໍ່​ກະກຽ​ມຈັດ​ຕັ້ງ​ເຫດການ “ຊຸມ​ວັດ Fukuoka ຢູ່​ຮ່າ​ໂນ້ຍ” ​ໃນ​ວັນ​ທີ 29 – 31 ສິງຫາຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ໂຄສະນາ​ຮູບ​ພາບ, ພື້ນຖານ​ວັດທະນະທຳ, ອຸດສາຫະກຳ ​ແລະ ບັນດາ​ຈຸດ​ວັດທະນະທຳ​ທີ່​ເປ​ັນມູນ​ເຊື້ອຂອງ​ຍີ່ປ​ຸ່ນ ​​ເຖິງ​ຊາວ​ຮ່າ​ໂນ້ຍ. ​

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫງວຽນ​ເທ໋ທາວ ​ແລະ ທ່ານ Ogawa Hiroshi ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ນຳ​ກັນ​.

ຂ່າວ/ບົດ​ອື່ນ