ເພີ່ມທະວີການຮ່ວມມືລະຫວ່າງຮ່າໂນ້ຍແລະບັນດາທ້ອງຖິ່ນຂອງອິນເດຍ

(VOVWORLD) -   ວັນທີ 3 ກັນຍາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍຫງວຽນດຶກຈຸງໄດ້ໃຫ້ການຕ້ອນຮັບທ່ານ PranayVerma ເອກອັກຄະລັດຖະທູດອິນເດຍ ທີ່ເຂົ້າຢ້ຽມຄຳນັບຕາມພິທີທາງການທູດເນື່ອງໃນໂອກາດທີ່ທ່ານມາຮັບໜ້າທີ່ທາງການທູດຢູ່ຫວຽດນາມ.
ເພີ່ມທະວີການຮ່ວມມືລະຫວ່າງຮ່າໂນ້ຍແລະບັນດາທ້ອງຖິ່ນຂອງອິນເດຍ - ảnh 1 ທ່ານປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍ ຫງວຽນດຶກຈຸງ ຕ້ອນຮັບທ່ານ PranayVerma ເອກອັກຄະລັດຖະທູດອິນເດຍ (ພາບ: hanoimoi)

ເມື່ອແຈ້ງໃຫ້ທ່ານເອກອັກຄະລັດຖະທູດອິນເດຍ ຮັບຊາບກ່ຽວກັບບາງຜົນງານໃນການພັດທະນາຂອງນະຄອນຫຼວງ, ທ່ານຫງວຽນດຶກຈຸງໄດ້ຢັ້ງຢືນວ່າ:ນະຄອງຫຼວງຮ່າໂນ້ຍຍາມໃດກໍ່ໄດ້ຮຽກຮ້ອງແລະສ້າງເງື່ອນໄຂສະດວກໃຫ້ແກ່ນັກລົງທຶນ, ໃນນັ້ນ ມີບັນດານັກລົງທຶນທີ່ມາຈາກອິນເດຍໄດ້ເພີ່ມທະວີການເຄື່ອນໄຫວຮ່ວມມື, ພິເສດແມ່ນໃນບັນດາຂົງເຂດກໍ່ສ້າງນະຄອນອັດສະລີຍະ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາ, ບຳລຸງສ້າງ, ການຄ້າແລະການທ່ອງທ່ຽວ. ປະທານຄະນະກຳມະການປະຊາຊົນນະຄອນຫຼວງຮ່າໂນ້ຍຫວັງວ່າທ່ານເອກອັກຄະລັດຖະທູດ PranayVerma ຈະເປັນຂົວຕໍ່ໃນການພັດທະນາການຮ່ວມມືລະຫວ່າງນະຄອນຫຼວງຮ່າໂນ້ຍກັບນະຄອນຫຼວງNew Delhiແລະບັນດາທ້ອງຖິ່ນຂອງອິນເດຍ.

        ເຫັນດີເປັນເອກກະພາບໂດຍຖືວ່າສາຍພົວພັນມິດຕະພາບຫວຽດນາມ-ອິນເດຍໄດ້ ແລະກຳລັງພັດທະນາຢ່າງວ່ອງໄວ, ທ່ານເອກອັກຄະລັດຖະທູດ PranayVerma ກໍ່ຢັ້ງຢືນວ່າອິນເດຍ ພ້ອມແລ້ວທີ່ຈະໃຫ້ການແລກປ່ຽນແລະແບ່ງປັນບົດຮຽນກັບຫວຽດນາມໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ມານະພະຍາຍາມຊອກຫາກາລະໂອກາດການເຊື່ອມຕໍ່, ຮ່ວມມືລະຫວ່າງບັນດາທ້ອງຖິ່ນແລະຖືນີ້ເປັນປາຍແຫຼມໃນການພັດທະນາສາຍພົວພັນລະຫວ່າງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ