ເພີ່ມທະວີການຮ່ວມມືວິທະຍາສາດປະຫວັດສາດລະຫວ່າງ2ກະຊວງຕຳຫລວດຫວຽດນາມແລະລາວ

ເພີ່ມທະວີການຮ່ວມມືວິທະຍາສາດປະຫວັດສາດລະຫວ່າງ2ກະຊວງຕຳຫລວດຫວຽດນາມແລະລາວ - ảnh 1
(ທ່ານພົນ​ຈັດຕະວາ ຫງວຽນ​ບີ​ງບານ ແລະ
 ທ່ານ​ພົນ​ຈັດຕະວາ ວັນ​ເຮືອງ ນັນທະ​ຈັກ)

(vovworld) – ​ ​ ວັນ​ທີ 08/04 ຢູ່​ນະຄອນຫລວງ ວຽງ​ຈັນ, ສະ​ຖາ​ບັນ​ປະຫວັດ​ສາດ​ກະຊວງ​ຕຳຫລວດ ຫວຽດນາມ ສົມທົບ​ກັບ​ກົມ​ຄົ້ນຄວ້າ​ວິທະຍາສາດ​ປະຫວັດສາດ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ ຈັດ​ຕັ້ງ​ພິທີ​ປະກາດ ​ແລະ ມອບປື້​ມ​ໂຄງການ​ຄົ້ນຄວ້າ “ນັກຮຽນ​ນາຍ​ຕຳຫລວດ ລາວ ​ໂຮງຮຽນ 12 – 75 ຫວຽດນາມ 1976 - 1991”. ນີ້​ແມ່ນ​ໂຄງການ​ຄົ້ນຄວ້າ​ປະຫວັດສາດ​ທຳ​ອິດ​ລະຫວ່າງ 2 ກະຊວງ​ຕຳຫລວດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ. ​ເຂົ້າ​ຮ່ວມ​ພິທີ​ມອບ​ຮັບ​ມີ​ທ່ານພົນ​ຈັດຕະວາ ຫງວຽນ​ບີ​ງບານ ຫົວໜ້າ​ສະ​ຖາ​ບັນ​ປະຫວັດສາດ​ຕຳຫລວດ, ກະຊວງ​ຕຳຫລວດ ຫວຽດນາມ; ທ່ານ​ພົນ​ຈັດຕະວາ ວັນ​ເຮືອງ ນັນທະ​ຈັກ ຫົວໜ້າ​ກົມ​ຄົ້ນຄວ້າ​ວິທະຍາສາດ ​ແລະ ປະ​ຫວັດ​ສາດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ລາວ.

        ປື້​ມ​“ນັກຮຽນ​ນາຍ​ຕຳຫລວດ ລາວ ​ໂຮງຮຽນ 12 – 75 ຫວຽດນາມ 1976 - 1991” ​ໄດ້​ຮັບ​ການຈັດ​ຕັ້ງ​ຄົ້ນຄວ້າ, ຮຽບຮຽງຢ່າງເປັນລະບົບ, ວິທະຍາສາດ ​ແລະ ​ໄດ້ພິມ​ຈຳໜ່າຍ​ດ້ວຍ 2 ພາສາ ລາວ ​ແລະ ຫວຽດນາມ. ນີ້​ແມ່ນ​ໂຄງການ​ວິທະຍາສາດ​ປະຫວັດສາດ​ມີ​ຄວາມ​ໝາຍ​ກ່ຽວ​ກັບດ້ານ​ທິດ​ສະ​ດີ ​ແລະ ພຶດຕິກຳ​ການ​ຕົວ​ຈິງ, ບໍ່​ພຽງ​ແຕ່​ມີ​ຄຸນຄ່າ​ໂຄສະນາ, ສຶກສາ​ສຳລັບ​ກຳລັງ​ຕຳຫລວດ ລາວ ​ແລະ ຕຳຫລວດ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເຮັດ​ແຈ້ງ ​ແລະ ຢືນຢັນ​ການ​ພົວພັນ​ແບບພິ​ເສດລະຫວ່າງ 2 ພັກ, 2 ລັດ, 2 ຊາດເວົ້າ​ລວມ ​ແລະ 2 ກະຊວງ​ເວົ້າສະ​ເພາະ ​ແມ່ນ​ການ​ພົວພັນເປັນແບບຢ່າງ​ບໍລິສຸດຜຸດຜ່ອງ .

 


ຂ່າວ/ບົດ​ອື່ນ