ເພີ່ມທະວີການຮ່ວມມືວາລະສານພັກ ຫວຽດນາມ - ລາວ

(vovworld) – ວັນ​ທີ 3/4, ຢູ່​ນະຄອນຫຼວງ​ວຽງ​ຈັນ, ຄະນະ​ຜູ້​ແທນ​ສຳນັກງານ​ທິດ​ສະ​ດີ ​ແລະ ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ເຈລະຈາ​ແລກປ່ຽນ​ບົດຮຽນ​ລະຫວ່າງ ວາລະສານ​ ຂອງ 2 ພັກ. ຄະນະຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ສາ​ສະ​ດາ​ຈານ, ດຣ Vu Van Phuc. ກຳມະການ​ສູນ​ກາງພັກ, ບັນນາທິການ​ໃຫຍ່​ວາລະສານ​ກອມ​ມູນິດ​ນຳ​ໜ້າ. ຄະນະ​ຜູ້​ແທນລາວ ​ໂດຍ​ທ່ານ ບົວ​ຈັນ ​ເພັງສຸ​ຫວັນ, ກຳມະກາ​ນສູງ​ກາງ​ພັກ, ຮອງ​ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ບັນນາທິການ​ໃຫຍ່​ວາລະສານ ອາ​ລຸນ​ໃໝ່ ນຳ​ໜ້າ. 2 ຝ່າຍ​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສຳນັກງານ​ທິດ​ສະ​ດີ ​ແລະ ການ​ເມືອງ, ພິ​ເສດ​ແມ່ນ​ບົດບາດ​ຂອງ​ວາລະສານ​ພັກ 2 ປະ​ເທດ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ຍົກ​ສູງ​ສະຕິ​ຄວາມ​ຮູ້, ລະດັບຄວາມ​ຮູ້ດ້ານທິດ​ສະ​ດີກາ​ນ​ເມືອງ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ​ທຸກ​ຄົນ ​ແລະ ທົ່ວ​ສັງຄົມ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ພ້ອມ​ກັນ​ເອົາ​ໃຈ​ໃສ່​ເພື່ອ​ແນ​ໃສ່​ປ່ຽນ​ໃໝ່​​ເນື້ອໃນ ​ແລະ ຮູ​ບ​ແບບ​ການຈັດ​ພິມຂອງ 2 ວາລະສານ, ​ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ​ກ່ຽວ​ກັບ​ການ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນູ​ດ, ຄວາມສາມາດ​ວິຊາ​ຊີບ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ປ່ຽນ​ໃໝ່​ທີ່ນັບ​ມື້​ນັບ​ສູງ​ໃນ​ຂົງ​ເຂດ​​ແນວ​ຄິດການ​ເມືອງຂອງ 2 ພັກ. 2 ຝ່າຍ​ໄດ້​ເປັນ​ເອກະສັນ​ກັນ​ບາງໂຄງການ​ເຄື່ອນ​ໄຫວ​ແທດ​ຈິງ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ຫວຽດນາມ - ລາວ 2012, ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ຮ່ວມ​ມື​ຢ່າງຮອບດ້ານ​ລະ​ຫວ່າງ​ຫວຽດນາມ - ລາວ. ຕາມ​ນັ້ນ​ແລ້ວ, ຝ່າຍ​ຫວຽດນາມ ຈະ​ຊ່ວຍ​ລາວ ສ້າງ​ແວບ​ໄຊ​ຂອງ​ວາລະສານ ອາ​ລຸນ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ