ເພີມທະວີການຮ່ວມມືວຽກງານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງລາຍການໜູນຊ່ວຍຍົກລະດັບກຳລັງຄວາມສາມາດ ຂອງກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ສະຫງວນໃຫ້ກອງທັບອາກາດ ຫວຽດນາມ.
ເພີມທະວີການຮ່ວມມືວຽກງານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານພົນໂທ ຟານວັນຢາງ ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບທ່ານພົນເອກ Yoshinari Marumo  ຫົວໜ້າເສນາທິການກຳລັງປ້ອງກັນອາກາດ ຍີ່ປຸ່ນ (ພາບ:ກວກຈິງ)

ຕອນບ່າຍວັນທີ 7 ມັງກອນ, ທີ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ ຫົວໜ້າເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບທ່ານພົນເອກ Yoshinari Marumo  ຫົວໜ້າເສນາທິການກຳລັງປ້ອງກັນອາກາດ ຍີ່ປຸ່ນ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານພົນໂທ ຟານວັນຢາງ ຊີ້ແຈ້ງວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຕີລາຄາສູງລາຍການໜູນຊ່ວຍຍົກລະດັບກຳລັງຄວາມສາມາດ ຂອງກະຊວງປ້ອງກັນປະເທດຍີ່ປຸ່ນ ທີ່ສະຫງວນໃຫ້ກອງທັບອາກາດ ຫວຽດນາມ. ທ່ານພົນໂທ ຟານວັນຢາງ ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການພົບປະເຈລະຈາກ່ອນໜ້ານີ້ ລະຫວ່າງ ທ່ານພົນເອກ Yoshinari Marumo  ແລະ ຜູ້ບັນຊາການເຫຼົ່າທັບປ້ອງກັນອາກາດ ຫວຽດນາມ, ພ້ອມນັ້ນກໍ່ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ພ້ອມທີ່ຈະສ້າງທຸກເງື່ອນໄຂອັນສະດວກເພື່ອໃຫ້ກຳລັງທະຫານປ້ອງກັນອາກາດທັງສອງປະເທດ ປະຕິບັດບັນດາເນື້ອໃນທີ່ໄດ້ເປັນເອກະພາບກັນຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

ສ່ວນທ່ານພົນເອກ Yoshinari Marumo  ກໍ່ເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະໃນຄັ້ງນີ້ ຈະເປີດກາລະໂອກາດໃນການຮ່ວມມືໃໝ່ຫຼາຍຢ່າງ ລະຫວ່າງ ກຳລັງປ້ອງກັນອາກາດສອງປະເທດເວົ້າສະເພາະ ແລະ ກອງທັບສອງປະເທດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ