ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - Oman

(VOVWORLD) -   ວັນທີ 03 ສິງຫາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽກນາມ ຟ້າມກວາງຮ້ຽວ ໄດ້ມີການເຈລະຈາທາງໂທລະສັບກັບທ່ານ Sheikh Khalifa bin Ali Al Harthy, ຮອງລັດຖະມົນຕີການຕ່າງປະເທດ ລາຊະອານາຈັກ Oman.

ນະທີ່ນີ້, ຮອງລັດຖະມົນຕີການຕ່າງປະເທດສອງທ່ານໄດ້ເຫັນດີຕີລາຄາວ່າ ກຳລັງບົ່ມຊ້ອນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ Oman ແມ່ນຍັງໃຫຍ່ຫຼວງຢູ່, ພ້ອມທັງເຫັນດີເປັນເອກະພາບຫຼາຍມາດຕະການເພື່ອປັບປຸງ ແລະ ຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງໃຫ້ສູງຂຶ້ນກວ່າອີກ ເປັນຕົ້ນແມ່ນ: ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນແບບທາງໄກລະຫວ່າງການນຳບັນດາກະຊວງ, ຂະແໜງການ; ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສ, ອົງການຈັດຕັ້ງສາກົນ; ສືບຕໍ່ຮັກສາກົນໄກຮ່ວມມືຕ່າງໆໃນປັດຈຸບັນໃຫ້ເປັນປະຈຳ ແລະ ມີປະສິດທິຜົນ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ເນັ້ນໜັກເຖິງຄວາມຈຳເປັນຂອງການຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນແບບທາງໄປ, ສະໜອງຂໍ້ມູນ, ເຊື່ອມຕໍ່ວິສາຫະກິດ, ເພີ່ມທະວີການຮ່ວມມືກ່ຽວກັບຂະແໜງກະສິກຳ, ທ່າກ່ຳປັນ; ຍູ້ແຮງການເຈລະຈາ, ລົງນາມໃນຂໍ້ຕົກລົງ, ສັນຍາວ່າດ້ວຍການຮ່ວມມື… ເພື່ອແນໃສ່ການສ້າງກອບນິຕິກຳໃຫ້ແກ່ການຮ່ວມມືສອງຝ່າຍໃຫ້ສົມບູນແບບ.

        ໃນການເຈລະຈາທາງໂທລະສັບດັ່ງກ່າວ, ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບບາງບັນຫາໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ..

ຕອບກັບ

ຂ່າວ/ບົດ​ອື່ນ