ເພີ່ມທະວີການຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ

ເພີ່ມທະວີການຮ່ວມມືສາກົນກ່ຽວກັບການປ້ອງກັນ, ຕ້ານການຄ້າມະນຸດ - ảnh 1
(ພາປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 02/07, ຄະນະ​ຊີ້​ນຳປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ; ກົມ​ໃຫຍ່​ຕຳຫຼວດ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ ກະຊວງ​ຄຳ​ຫຼວດ ສົມທົບ​ກັບ​ກອງ​ທຶນ​ເດັກນ້ອຍ​ສະຫະ​ປະຊາ​ຊາດ (UNICEF) ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ແຜນ​ຮ່າງ: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ຄ້າມະນຸດ. ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ຕາງໜ້າ​ສາກົນ, ອົງການ​ຕາງໜ້າ​ການ​ທູດ​ຫວຽດນາມ, ຜູ້ຕາງ​ນ້າ​ບັນດາກົມກອງທີ່​ມີໜ້າ​ທີ່​ສັງ​ກັ​ດກະຊວງ​ຕຳຫຼວດ ​ແລະ ບາງ​ທ້ອງ​ຖິ່ນ​ຈຸດ​ສຸມ​ກ່ຽວ​ກັບ​ໄພ​ຄ້າມະນຸດຢູ່​ເຂດ​ພາກ​ເໜືອ. ​ແຜນ​ຮ່າງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ໃຫ້​ບຸລິ​ມະ​ສິດ​ແຫຼ່ງກຳລັງ​ສຸມ​ໃສ່​ຢູ່​ບັນດາ​ແຂວງ, ນະຄອນ​ສັງກັດ​ສູນ​ກາງ​ທີ່​ມີ​ເສັ້ນ​ຊາຍ​ແດນ, ມີ​ດ່ານ​ຊາຍ​ແດນ​ທາງອາກາດ ຫຼື ທ່າ​ກໍ່າ​ປັ່ນ​ສາກົນ. ຄຽງ​ຂ້າງ​ການ​ຕິດຕາມ, ​ແນະນຳ ​ແລະ ຈັດ​ຕັ້ງ​ການ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ສັນຍາ​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າມະນຸດ ​ເຊິ່ງຫວຽດນາມ ​ເປັນ​ສະມາຊິກ​. ຈຸດໝາຍ​ຂອງ​​ແຜນການ, ຮອດ​ປີ 2015 ແມ່ນກໍ່ສ້າງ, ​ເຈລະຈາ, ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື 2 ຝ່າຍ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າມະນຸດຢ່າງ​ໜ້ອຍ​ສຸດ​ແມ່ນກັບ 3 ປະ​ເທດ ​ແລະ ​ເຂດ​​ແຂວ້ນ. ​ແຜນ​ຮ່າງ​ຍັງ​ເພີ່ມ​ທະວີ​ວຽກ​ງານ​ສື່ສານ​ຕ່າງປະ​ເທດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປ້ອງ​ກັນ, ຕ້ານ​ການ​ຄ້າມະນຸດ ຜ່ານ​ບັນດາ​ຂົງເຂດຄື: ການ​ຕ່າງປະ​ເທດ, Interpol, ສົມທົບ​ກັນ​ສືບສວນ, ​ແກ້​ໄຂການ​ຄ້າມະນຸດທີ່​ມີ​ປັດໃຈຊາວ​ຕ່າງປະ​ເທດ​ລະຫວ່າງ​ອົງການ​ທີ່​ມີໜ້າ​ທີ່​ຂອງ​ຫວຽດນາມ, ​ໂດຍ​ສະ​ເພາ​ະ​ແມ່ນບັນດາ​ທ້ອງ​ຖິ່ນ​ຕິດ​ກັບ​ເສັ້ນ​ຊາຍ​ແດນ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ​ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ