ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຟອກ​ເງິນ

(VOVWORLD) -ວັນທີ 21 ທັນວາ ຢູ່ຮ່າໂນ້ຍ, ສະຖາບັນແຫ່ງລັດ ແລະ ກົດໝາຍ (ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ) ໄດ້ສົມທົບກັບສະມາຄົມທະນາຍຄວາມ ອາເມລິກາ ຈັດກອງປະຊຸມສຳມະນາສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຟອກເງິນ.
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຟອກ​ເງິນ - ảnh 1ກອງປະຊຸມສຳມະນາສາກົນກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຟອກເງິນ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງສາດສະດາຈານ, ປອ. ເຈືອງໂຮ່ຫາຍ ຫົວໜ້າສະຖາບັນແຫ່ງລັດ ແລະ ກົດໝາຍ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ຢາກຮຽນຮູ້ບົດຮຽນປະສົບການສາກົນກ່ຽວກັບວຽກງານປ້ອງກັນ, ຕ້ານການຟອກເງິນ ແນໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ປັບປຸງ ແລະ ເພີ່ມທະວີການເຄື່ອນໄຫວປ້ອງກັນ, ຕ້ານອາດຊະຍາກຳຟອກເງິນ ທີ່ສາມາດຕອບສະໜອງຕາມມາດຕະຖານສາກົນ.

        ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານສາກົນຂອງສະມາຄົມທະນາຍຄວາມ ອາເມລິກາ ໄດ້ແບ່ງປັນຄວາມຮູ້ໂດຍລວມກ່ຽວກັບຜົນກະທົບຂອງການຟອກເງິນທີ່ອາດຈະເກີດຂຶ້ນຕໍ່ຂົງເຂດການເງິນ, ຄວາມໝັ້ນຄົງຂອງບັນດາປະເທດ ກໍຄື ຜົນຕາມມາຂອງການປ້ອງກັນ, ຕ້ານການຟອກເງິນທີ່ມີຕໍ່ສັງຄົມ ແລະ ລະບົບເສດຖະກິດເວົ້າລວມ. ບັນດານັກຊ່ຽວຊານກໍໄດ້ແບ່ງປັນກ່ຽວກັບແບບວິທີ, ກົນອຸບາຍຂອງອາດຊະຍາກຳ; ປະສົບການຄຸ້ມຄອງ - ຕ້ານການຟອກເງິນຢູ່ກາຊີໂນ, ບ່ອນຫຼີ້ນເກມຊີງໂຊກຢູ່ ອາເມລິກາ; ບົດຮຽນ, ປະສົບການ ແລະ ຂໍ້ສະເໜີແນະໃນການສ້າງລະບອບລະບຽບການ, ນະໂຍບາຍກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ແລະ ການຟອກເງິນໃຫ້ສົມບູນແບບຢູ່ ຫວຽດນາມ.

 


ຕອບກັບ

ຂ່າວ/ບົດ​ອື່ນ